ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃນການ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນ, ໂດຍສະເພາະທົ່ວນະຄອນຫຼວງວຽງຈັນ, ທັງເປັນການໂຄສະນາ, ເຜີຍແຜ່ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແບບຍືນຍົງ ເຊິ່ງເປັນວຽກທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ. ໄລຍະຜ່ານມາ, ການຈັດຕັ້ງແຕ່ລະຂັ້ນ ແຕ່ຂັ້ນນະຄອນຫຼວງວຽງຈັນ ເຖິງຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ ລົງສູ່ແຫຼ່ງນໍ້າທໍາມະຊາດ (ແມ່ນ້ຳ, ອ່າງ, ແຫຼ່ງນ້ຳຕ່າງໆ), ເຊິ່ງແຜນປ່ອຍປາ ແລະ ສັດນໍ້າ ປະຈໍາປີ 2025 ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ແມ່ນສູ້ຊົນໃຫ້ສາມາດປ່ອຍໃຫ້ ໄດ້ 09 ລ້ານກວ່າໂຕ. ສະນັ້ນ, ເພື່ອບັນລຸຄາດໝາຍດັ່ງກ່າວ ພະແນກກະສິກຳ ແລະ ປ່າໄມ້ ສະ ເໜີໃຫ້ຂະແໜງລ້ຽງ ສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ ປະຈຳ 09 ຕົວເມືອງປະສານສົມທົບກັບສູນ, ສະຖານີຜະລິດແນວພັນປາ ແລະ ສັດນໍ້າ ຂອງລັດ ແລະ ເອກະຊົນ ຂຶ້ນແຜນຄາດ ໝາຍການຜະລິດລູກປາ ແລະ ສັດນໍ້າ ຂອງບັນດາ ສູນ/ສະຖານີ ພາຍໃນເມືອງຂອງຕົນ ເພື່ອຕອບສະໜອງລູກປາ ແລະ ສັດນໍ້າໃຫ້ພຽງພໍ, ພ້ອມທັງກະກຽມແຜນການປ່ອຍ ປາ ແລະ ສັດນໍ້າ ປະຈຳປີ 2025, ໂດຍປະກອບມີ ຄາດ      ໝາຍການປ່ອຍ, ສະຖານທີ່ປ່ອຍ ແລ້ວລາຍງານແຜນໃຫ້ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ກ່ອນວັນທີ 10 ມິຖຸນາ 2025 ເພື່ອສັງລວມຂໍ້ມູນຕົວເລກການປ່ອຍປາ ແລະ ສັດນໍ້າ ໃນທົ່ວນະຄອນຫຼວງວຽງຈັນ.

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *