ພີທີເປີດຂະບວນການສັກຢາກັນພະຍາດສັດ

ພີທີເປີດຂະບວນການສັກຢາກັນພະຍາດສັດ

ໃນຕອນເຊົ້າຂອງ ວັນທີ 11 ພະຈີກ 2022 ກົມລ້ຽງສັດ ແລະ ການປະມົງ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ອົງການປົກຄອງບ້ານດອນໄຮ່ ຮ່ວມກັນຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ແຫ່ງ 11 ພະຈິກ ປະຈຳປີ 2022 ຂຶ້ນທີ່ບ້ານດອນໄຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊີງໃຫ້ກຽດເຂົ້າຮ່ວມໂດຍການນໍາຂັ້ນຂັ້ນກະຊວງ, ນະຄອນຫຼວງ, ເມືອງ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ