
ໃນຕອນແລງວັນທີ 16 ຕຸລາ 2025 ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊທານີ ແລະ ສະມາຄົມຜູ້ປະກອບການລ້ຽງງົວ ແລະ ພັດທະນາສາຍພັນງົວບຣາມັນ ແຫ່ງສປປລາວ, ໄດ້ຢ່າງເປັນທາງການຂຶ້ນທີ່ ເດີນສະໜາມກິລາຫຼັກ 16 ບ້ານດົງສ້າງຫີນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງວຽງຈັນ.
ເຂົ້າຮ່ວມໃນພິທີມີ ບັນດາ ທ່ານຫົວໜ້າຫ້ອງວ່າການ, ເຈົ້້າເມືອງ-ຮອງເຈົ້າເມືອງ, ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໃນພິທີໄດ້ມີການວາງສະແດງງົວພໍ່ແມ່ພັນ ແລະ ລູກງົວສາຍພັນປັບປຖງ(ງົວງາມ), ການປຸງແຕ່ງອາຫານຊີ້ນງົວທອມ, ການຈຳໜ່າຍຜະລິດຕະພັນຈາກຊີ້ນງົວທອມ, ການຈຳໜ່າຍສີ້ນຄ້າຂອງຊາວກະສິກອນ ແລະ ຜູ້ປະກອບການຕ່າງໆ, ການສະແດງສີລະປະ, ການສໍາມະນາເຕັກນິກການລ້ຽງງົວ, ສໍາລັບຈຸດປະສົງແມ່ນເພື່ອ ເປັນການໂຄສະນາ, ປຸກລະດົມ ແລະ ສ້າງຈິດສໍານຶກ ໃຫ້ແກ່ເຍົາວະຊົນອະນຸຊົນ ກໍ່ຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນໃນການສົ່ງເສີມການລ້ຽງງົວ ແລະ ຜະລິດເປັນສີ້ນຄ້າເພື່ອສະ ໜອງການບໍລິໂພກພາຍໃນ ແລະ ສົ່ງອອກ ໃຫ້ມີຄວາມຍືນຍົງ.
