ໃນຕອນເຊົ້າວັນທີ 20 ສິງຫາ 2025 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກກະສິກຳ ແລະ ປ່າໄມ້.ນວ ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ຄຳພຸດ ສຸດາວັນ ຮອງເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້, ສະຫາຍ ນາງ ວັນເພັງ ສຸວັນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ, ບັນດາ ເລຂາ,
ຄະນະຊາວໜຸ່ມ ປປລ ຮາກຖານ ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024

