ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ  ຈະໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ 

ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ  ຈະໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ 

ໃນວັນທີ 4 ຕຸລາ 2025 ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ຈະໄດ້ສ້າງຂະບວນການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ (28 ກັນຍາ 2007 -28 ກັນຍາ 2025) ໂດຍອິງຕາມ ອົງການສຸຂະພາບສັດ ສາກົນ ທີ່ໄດ້ກຳນົດເອົາ ວັນທີ 28 ກັນຍາ ຂອງທຸກໆປີ ເປັນວັນຕ້ານພະຍາດວໍ້ໂລກ, ພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂອງນະຄອນຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ໂຮງໝໍປົວສັດນະຄອນຫຼວງວຽງຈັນ ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ເຊີ່ງພິທີດັ່ງກ່າວຈະໄດ້ເລີ່ມແຕ່ເວລາ 8:00

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນວໍ້ ບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນວໍ້ ດ້ວຍການສັກວັກຊິນ. ວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຫົນໃນໂລກ ເປັນເວລາດົນນານ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງ ຄົນ ແລະ ສັດ ນັບພັນປີມາແລ້ວ ມາຮອດປັດຈຸບັນນີ້ ວໍ້ ກໍຍັງສືບຕໍ່ຂົ່ມຂູ່ ທັງໃນສຸຂະພາບຂອງຄົນ ແລະ ສັດ ຢ່າງຕໍ່ເນື່ອງ. ເຖິງແນວໃດກໍຕາມ ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະ ຄວາມສ່ຽງດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ໂລກ ກໍຄື

ນວ ສຸມໃສ່ເຝົ້າລະວັງ ພາຍຫຼັງມີການລະບາດຂອງພະຍາດໄຂ້ເລືອດດຳ ຢູ່ປະເທດເພື່ອນບ້ານ

ນວ ສຸມໃສ່ເຝົ້າລະວັງ ພາຍຫຼັງມີການລະບາດຂອງພະຍາດໄຂ້ເລືອດດຳ ຢູ່ປະເທດເພື່ອນບ້ານ

ນະຄອນຫຼວງວຽງຈັນ (ນວ) ສຸມໃສ່ເຝົ້າລະວັງຢ່າງເຄັ່ງຄັດ ພາຍຫຼັງທີ່ໄດ້ຮັບຂ່າວມີການລະບາດຂອງພະຍາດໄຂ້ເລືອດດໍາຢູ່ປະເທດເພື່ອນບ້ານ ໂດຍໄດ້ລົງຕິດຕາມການລ້ຽງສັດຂອງປະຊາຊົນຢູ່ບັນດາເມືອງ ໄປພ້ອມໆກັບການເອົາໃຈໃສ່ຕິດຕາມກວດກາສຸຂະພາບສັດ ການສຸມໃສ່ເຄື່ອນຍ້າຍສັດເຂົ້າ ຢູ່ ນວ ເພື່ອຮັບປະກັນບໍ່ໃຫ້ມີການລະບາດ. ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ໃຫ້ສຳພາດວ່າໃນວັນທີ 6 ພຶດສະພານີ້ວ່າ: ປັດຈຸບັນ ນວ ໄດ້ສຸມໃສ່ການລົງຕິດຕາມການລ້ຽງສັດຂອງປະຊາ ຊົນ ໂດຍສະເພາະເມືອງທີ່ມີການລ້ຽງສັດໃຫຍ່ຫຼາຍເຊັ່ນ: ນາຊາຍທອງ ປາກງື່ມ ແລະ ເມືອງສັງທອງ ພ້ອມທັງໄດ້ມີການເຂັ້ມງວດກວດກາແຫຼ່ງທີ່ມາ ຕິດຕາມສຸຂະພາບສັດ ກ່ອນຈະນຳເຂົ້າໂຮງງານຂ້າສັດ ພາຍຫຼັງຂ້າແລ້ວກໍໄດ້ກວດກາສິ້ນສ່ວນຕ່າງໆຂອງສັດ ຖ້າຫາກມີຄວາມຜິດປົກກະຕິຂອງສັດກໍຈະຢຸດການຈຳໜ່າຍ ແລະ ທຳລາຍຖີ້ມທັນທີທັງນີ້ກໍເພື່ອໃຫ້ຜູ້ບໍລິໂພກມີຄວາມປອດໄພ.

ພີທີເປີດຂະບວນການສັກຢາກັນພະຍາດສັດ

ພີທີເປີດຂະບວນການສັກຢາກັນພະຍາດສັດ

ໃນຕອນເຊົ້າຂອງ ວັນທີ 11 ພະຈີກ 2022 ກົມລ້ຽງສັດ ແລະ ການປະມົງ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ອົງການປົກຄອງບ້ານດອນໄຮ່ ຮ່ວມກັນຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ແຫ່ງ 11 ພະຈິກ ປະຈຳປີ 2022 ຂຶ້ນທີ່ບ້ານດອນໄຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊີງໃຫ້ກຽດເຂົ້າຮ່ວມໂດຍການນໍາຂັ້ນຂັ້ນກະຊວງ, ນະຄອນຫຼວງ, ເມືອງ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ