ໃນຕອນແລງວັນທີ 16 ຕຸລາ 2025 ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊທານີ ແລະ ສະມາຄົມຜູ້ປະກອບການລ້ຽງງົວ ແລະ ພັດທະນາສາຍພັນງົວບຣາມັນ ແຫ່ງສປປລາວ, ໄດ້ຢ່າງເປັນທາງການຂຶ້ນທີ່ ເດີນສະໜາມກິລາຫຼັກ 16 ບ້ານດົງສ້າງຫີນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງວຽງຈັນ. ເຂົ້າຮ່ວມໃນພິທີມີ ບັນດາ ທ່ານຫົວໜ້າຫ້ອງວ່າການ, ເຈົ້້າເມືອງ-ຮອງເຈົ້າເມືອງ, ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໃນພິທີໄດ້ມີການວາງສະແດງງົວພໍ່ແມ່ພັນ
ພະແນກກະສິກໍຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດຕະຫຼາດສົ່ງເສີ່ມການລ້ຽງງົວ ແລະ ປຸ່ງແຕ່ງຜະລິດຕະພັນຊີ້ນງົວ ແຕ່ວັນທີ 15-19 ຕຸລາ 2025






