ນວ ສຸມໃສ່ເຝົ້າລະວັງ ພາຍຫຼັງມີການລະບາດຂອງພະຍາດໄຂ້ເລືອດດຳ ຢູ່ປະເທດເພື່ອນບ້ານ

ນວ ສຸມໃສ່ເຝົ້າລະວັງ ພາຍຫຼັງມີການລະບາດຂອງພະຍາດໄຂ້ເລືອດດຳ ຢູ່ປະເທດເພື່ອນບ້ານ

ນະຄອນຫຼວງວຽງຈັນ (ນວ) ສຸມໃສ່ເຝົ້າລະວັງຢ່າງເຄັ່ງຄັດ ພາຍຫຼັງທີ່ໄດ້ຮັບຂ່າວມີການລະບາດຂອງພະຍາດໄຂ້ເລືອດດໍາຢູ່ປະເທດເພື່ອນບ້ານ ໂດຍໄດ້ລົງຕິດຕາມການລ້ຽງສັດຂອງປະຊາຊົນຢູ່ບັນດາເມືອງ ໄປພ້ອມໆກັບການເອົາໃຈໃສ່ຕິດຕາມກວດກາສຸຂະພາບສັດ ການສຸມໃສ່ເຄື່ອນຍ້າຍສັດເຂົ້າ ຢູ່ ນວ ເພື່ອຮັບປະກັນບໍ່ໃຫ້ມີການລະບາດ. ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ໃຫ້ສຳພາດວ່າໃນວັນທີ 6 ພຶດສະພານີ້ວ່າ: ປັດຈຸບັນ ນວ ໄດ້ສຸມໃສ່ການລົງຕິດຕາມການລ້ຽງສັດຂອງປະຊາ ຊົນ ໂດຍສະເພາະເມືອງທີ່ມີການລ້ຽງສັດໃຫຍ່ຫຼາຍເຊັ່ນ: ນາຊາຍທອງ ປາກງື່ມ ແລະ ເມືອງສັງທອງ ພ້ອມທັງໄດ້ມີການເຂັ້ມງວດກວດກາແຫຼ່ງທີ່ມາ ຕິດຕາມສຸຂະພາບສັດ ກ່ອນຈະນຳເຂົ້າໂຮງງານຂ້າສັດ ພາຍຫຼັງຂ້າແລ້ວກໍໄດ້ກວດກາສິ້ນສ່ວນຕ່າງໆຂອງສັດ ຖ້າຫາກມີຄວາມຜິດປົກກະຕິຂອງສັດກໍຈະຢຸດການຈຳໜ່າຍ ແລະ ທຳລາຍຖີ້ມທັນທີທັງນີ້ກໍເພື່ອໃຫ້ຜູ້ບໍລິໂພກມີຄວາມປອດໄພ.

ສາມພາກສ່ວນມອບເງິນຊຸກຍູ້ການລ້ຽງໝູ ແລະ ເຝົ້າລະວັງປ້ອງກັນພະຍາດ

ສາມພາກສ່ວນມອບເງິນຊຸກຍູ້ການລ້ຽງໝູ ແລະ ເຝົ້າລະວັງປ້ອງກັນພະຍາດ

ສະຫະກອນສາມເອັບ ບໍລິສັດ ຊີພີລາວ ແລະ ບໍລິສັດເບທາໂກລາວມອບເງິນກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງກຸ່ມລ້ຽງໝູ ໃຫ້ກັບຂະແໜງການລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຳນວນ 100 ລ້ານກີບ. ເງິນຈໍານວນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຊຸກຍູ້ສົ່ງເສີມການລ້ຽງໝູ ແລະ ເຝົ້າລະວັງ ປ້ອງກັນພະຍາດໄຂ້ເລືອດດໍາໃນ ນວ ເພື່ອຫຼີກລຽງຜົນກະທົບຕໍ່ການຜະລິດໝູຊີ້ນ ແລະ ຕອບສະໜອງຊີ້ນໝູໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນ ນວ. ພິທີມອບເງິນຈໍານວນດັ່ງກ່າວຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຕ່າງໜ້າມອບໂດຍ ສະຫະກອນສາມເອັບ ບໍລິສັດຊີພີລາວ ບໍລິສັດເບທາໂກລາວ ຕາງໜ້າຮັບໂດຍທ່ານ ແສງເພັດ ຈັນທະເສນ