ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ປ່ອຍປາຄືນສູ່ທຳມະຊາດ ໃນວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ປ່ອຍປາຄືນສູ່ທຳມະຊາດ ໃນວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ 13 ກໍລະກົດ 2025

ໃນຕອນເຊົ້າວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກົມລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ  ແລະ ອຳນາດການປົກຄອງບ້ານ ນາໄຫ, ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ຄອງນໍ້າວຽງຈັນ ບ້ານ ນາໄຫ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ໃນວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຈະໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ແລະ ວັນອະນຸລັກສັດນ້ຳ, ສັດປ່າ ແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ……………………………….ພີທີດັ່ງກ່າວຈະໄດ້ຈັດຂື້ນ ທີ່ບ້ານສົມຫວັງເມືອງ ຫາດຊາຍຟອງນະຄອນວຽງຈັນ ໂດຍ ຈະປ່ອຍປາ ຈຳນວນ 1.000.000 ໂຕ

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃນການ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນ, ໂດຍສະເພາະທົ່ວນະຄອນຫຼວງວຽງຈັນ, ທັງເປັນການໂຄສະນາ, ເຜີຍແຜ່ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແບບຍືນຍົງ ເຊິ່ງເປັນວຽກທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ. ໄລຍະຜ່ານມາ, ການຈັດຕັ້ງແຕ່ລະຂັ້ນ ແຕ່ຂັ້ນນະຄອນຫຼວງວຽງຈັນ ເຖິງຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ