ໃນຕອນເຊົ້າວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກົມລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ອຳນາດການປົກຄອງບ້ານ ນາໄຫ, ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ຄອງນໍ້າວຽງຈັນ ບ້ານ ນາໄຫ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ເຂົ້າຮ່ວມໃນພິທີມີ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ເຈົ້້າເມືອງ-ຮອງເຈົ້າເມືອງ, ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໃນພິທີໄດ້ນໍາປາມາປ່ອຍມີທັງໝົດ 4 ແສນ ກວ່າໂຕ ປະກອບມີ: ປາປາກ, ປາເໝັ້ນ, ປາເຄິງ, ປາເຂັງ ແລະ ຊະນິດປາພື້ນເມືອງອື່ນໆ. ສໍາລັບຈຸດປະສົງແມ່ນເພື່ອ ເປັນການໂຄສະນາ, ປຸກລະດົມ ແລະ ສ້າງຈິດສໍານຶກ ໃຫ້ແກ່ເຍົາວະຊົນອະນຸຊົນ ກໍ່ຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນ ຂອງການອະນຸລັກ, ປົກປັກຮັກສາ ປາ ແລະ ສັດນໍ້າ, ທັງເປັນການສ້າງຄວາມເຂົ້າໃຈ ຕໍ່ກັບການປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫຼ່ງນໍ້າທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນ ປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ.
