ໃນວັນທີ 9 ກໍລະກົດ 2025 ຂະ​ແໜງ​ລ້ຽງ​ສັດ ແລະ ການ​ປະ​ມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ​ທຳລາຍຜະ​ລິດ​ຕະ​ພັນ​ສັ​ດນ້ຳ (ປາ​ມຶກ​ແດງ​ແຊ່) ຈຳ​ນວນ 940 ກິ​ໂລກ​ຣາມ ຂຶ້ນ ທີ່ດ່ານກັກກັນສັດດົງໂພສີ  ໂດຍການເຂົ້າຮ່ວມຂອງທ່ານ ດົວລີ ລີເລ່ຍນູ່ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ ເຊີ່ງປາມຶກແດງແຊ່ ທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ກວດຍຶດມາຈາກພໍ່ຄ້າຢູ່ບ້ານອີ່ໄລ ເມືອງນາຊາຍທອງ ເຊີ່ງຜ່ານການກວດກາພົບວ່າມີສານເຄມີປົນເປື້ອນ (Formalin) ປະສົມໃນອາຫານ ເພື່ອເຮັດໃຫ້ອາຫານມີຄວາມສົດ   ໃໝ່ ແລະ ເກັບຮັກສາໄວ້ໄດ້ດົນ ໂດຍບໍ່ຄຳນື່ງເຖິງຄວາມອັນຕະລາຍ ທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກເປັນຫຼັກ, ຖ້າບໍລິໂພກສານລະລາຍຊະນິດນີ້ໂດຍກົງ ຈະເກີດອາການເປັນພິດຮຸ້ນແຮງ ຊຶ່ງອາການມີຕັ້ງແຕ່ເຈັບທ້ອງຮຸນແຮງ, ຮາກ, ຖອກທ້ອງ, ໝົດສະຕິ ແລະ ເສຍຊີວິດໄດ້. 

ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ 

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *