ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ໃນເຊົ້າ ຂອງ ວັນທີ 27 ມີຖຸນາ 2025, ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດເປີດຝືກອົບຮົມກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມຊັ້ນ2 ຂອງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ພ້ອມດ້ວຍນັກສຳມະນາກອນ ແລະ ພະນັກງານຂະແໜງເຂົ້າຮ່ວມ ໃນການຝືກອົບຮົມຄັ້ງນີ້ເພື່ອຄຸ້ມຄອງ, ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ໃນການເຜີຍແຜ່ຂໍ້ມູນຂ່າວສານ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ໃນວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຈະໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ແລະ ວັນອະນຸລັກສັດນ້ຳ, ສັດປ່າ ແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ……………………………….ພີທີດັ່ງກ່າວຈະໄດ້ຈັດຂື້ນ ທີ່ບ້ານສົມຫວັງເມືອງ ຫາດຊາຍຟອງນະຄອນວຽງຈັນ ໂດຍ ຈະປ່ອຍປາ ຈຳນວນ 1.000.000 ໂຕ

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນວໍ້ ບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນວໍ້ ດ້ວຍການສັກວັກຊິນ. ວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຫົນໃນໂລກ ເປັນເວລາດົນນານ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງ ຄົນ ແລະ ສັດ ນັບພັນປີມາແລ້ວ ມາຮອດປັດຈຸບັນນີ້ ວໍ້ ກໍຍັງສືບຕໍ່ຂົ່ມຂູ່ ທັງໃນສຸຂະພາບຂອງຄົນ ແລະ ສັດ ຢ່າງຕໍ່ເນື່ອງ. ເຖິງແນວໃດກໍຕາມ ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະ ຄວາມສ່ຽງດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ໂລກ ກໍຄື

ກອງປະຊຸມປືກສາຫາລືແນວທາງການລ້ຽງງົວເປັນສີນຄ້າ ໃນນະຄອນຫຼວງວຽງຈັນ

ກອງປະຊຸມປືກສາຫາລືແນວທາງການລ້ຽງງົວເປັນສີນຄ້າ ໃນນະຄອນຫຼວງວຽງຈັນ

ໃນວັນທີ 19-20 ມີຖຸນາ 2025, ທີ່ວັງວຽງ ແຂວງວຽງຈັນ, ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມກ່ຽວກັບການປືກສາຫາລືແນວທາງການລ້ຽງງົວເປັນສິນຄ້າໃນນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ມາຈາກ ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ 9 ຕົວເມືອງ, ຜູ້ປະກອບການລ້ຽງງົວ, ກຸ່ມລ້ຽງງົວ ແລະ ສະມາຄົມພັດທະນາສາຍພັນງົວບຣາມັນ ແຫ່ງ ສປປ ລາວ ຜ່ານການປືກສາຫາລື

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃນການ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນ, ໂດຍສະເພາະທົ່ວນະຄອນຫຼວງວຽງຈັນ, ທັງເປັນການໂຄສະນາ, ເຜີຍແຜ່ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແບບຍືນຍົງ ເຊິ່ງເປັນວຽກທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ. ໄລຍະຜ່ານມາ, ການຈັດຕັ້ງແຕ່ລະຂັ້ນ ແຕ່ຂັ້ນນະຄອນຫຼວງວຽງຈັນ ເຖິງຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ