ໃນວັນທີ 9 ກໍລະກົດ 2025 ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີທຳລາຍຜະລິດຕະພັນສັດນ້ຳ (ປາມຶກແດງແຊ່) ຈຳນວນ 940 ກິໂລກຣາມ ຂຶ້ນ ທີ່ດ່ານກັກກັນສັດດົງໂພສີ ໂດຍການເຂົ້າຮ່ວມຂອງທ່ານ ດົວລີ ລີເລ່ຍນູ່ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ ເຊີ່ງປາມຶກແດງແຊ່ ທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ກວດຍຶດມາຈາກພໍ່ຄ້າຢູ່ບ້ານອີ່ໄລ ເມືອງນາຊາຍທອງ ເຊີ່ງຜ່ານການກວດກາພົບວ່າມີສານເຄມີປົນເປື້ອນ (Formalin) ປະສົມໃນອາຫານ ເພື່ອເຮັດໃຫ້ອາຫານມີຄວາມສົດ ໃໝ່ ແລະ ເກັບຮັກສາໄວ້ໄດ້ດົນ
ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ

