ໃນວັນທີ 19-20 ມີຖຸນາ 2025, ທີ່ວັງວຽງ ແຂວງວຽງຈັນ, ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມກ່ຽວກັບການປືກສາຫາລືແນວທາງການລ້ຽງງົວເປັນສິນຄ້າໃນນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ມາຈາກ ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ 9 ຕົວເມືອງ, ຜູ້ປະກອບການລ້ຽງງົວ, ກຸ່ມລ້ຽງງົວ ແລະ ສະມາຄົມພັດທະນາສາຍພັນງົວບຣາມັນ ແຫ່ງ ສປປ ລາວ ຜ່ານການປືກສາຫາລື ແລກປ່ຽນຄຳຄິດຄຳເຫັນ ໄດ້ປະກອບສ່ວນແນວທາງໃນການພັດທະນາການລ້ຽງງົວເປັນສີນຄ້າ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ
ກອງປະຊຸມປືກສາຫາລືແນວທາງການລ້ຽງງົວເປັນສີນຄ້າ ໃນນະຄອນຫຼວງວຽງຈັນ
