ໃນຕອນເຊົ້າວັນທີ 20 ສິງຫາ 2025 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກກະສິກຳ ແລະ ປ່າໄມ້.ນວ ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ຄຳພຸດ ສຸດາວັນ ຮອງເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້, ສະຫາຍ ນາງ ວັນເພັງ ສຸວັນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ, ບັນດາ ເລຂາ, ຮອງເລຂາພ້ອມດ້ວຍຄະນະໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມທັງໝົດ ທີ່ຂຶ້ນກັບຮາກຖານພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂກຖືກເຊີນຈາກພະແນກການອ້ອມຂ້າງ ມີຜູ້ເຂົ້າຮ່ວມທັງໝົດ 130 ສະຫາຍ,ຍິງ 40 ສະຫາຍ, ໃນພິທີໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ເຊິ່ງໄດ້ຍົກໃຫ້ເຫັນວຽກງານພົ້ນເດັ່ນທີ່ຍາດມາໄດ້ ແລະ  ຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ສຶບຕໍ່ປະຕິບັດໃຫ້ບັນລຸເປົ້າໝາຍ ແລະ ແຜນຕໍ່ໜ້າ ໃນພິທີຍັງໄດ້ມອບໃບຢັ້ງຢືນ 4 ບຸກໃຫ້ຄະນະບໍລິຫານງານຊາວໜຸ່ມ ປປລ ຮາກຖານ, ບັນດາໜ່ວຍຊາວໜຸ່ມ 9 ໜ່ວຍ ແລະ ມອບໃບຍ້ອງຍໍ ໃຫ້ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ໃນຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແລະ ສະຫາຍ ຄຳພຸດ ສຸດາວັນ ຮອງເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ .ນວ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນສຳເລັດ ແລະ ຍົກໃຫ້ເຫັນຜົນງານພົ້ນເດັ່ນ ແລະ ບັນດາຂໍ້ຄົງຄ້າງທີ່ຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ປະກົດຜົນເປັນຈິງ ໃນປີ 2025.

ຄະນະຊາວໜຸ່ມ ປປລ ຮາກຖານ ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *