ໃນວັນທີ 4 ຕຸລາ 2025 ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ຈະໄດ້ສ້າງຂະບວນການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ (28 ກັນຍາ 2007 -28 ກັນຍາ 2025) ໂດຍອິງຕາມ ອົງການສຸຂະພາບສັດ ສາກົນ ທີ່ໄດ້ກຳນົດເອົາ ວັນທີ 28 ກັນຍາ ຂອງທຸກໆປີ ເປັນວັນຕ້ານພະຍາດວໍ້ໂລກ, ພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂອງນະຄອນຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ໂຮງໝໍປົວສັດນະຄອນຫຼວງວຽງຈັນ ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ເຊີ່ງພິທີດັ່ງກ່າວຈະໄດ້ເລີ່ມແຕ່ເວລາ 8:00 ນາທີ ຫາ 15:00 ນາທີ ຂອງວັນທີ 4 ຕຸລາ 2025 ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນໃນເຂດໃກ້ຄ້ຽງໃຫ້ນຳສັດລ້ຽງປະເພດໝາ, ແມວ ເຂົ້າມາສັກຢາກັນພະຍາດວໍ້ ຕາມວັນ ແລະ ເວລາທີ່ໄດ້ກຳນົດໄວ້ດ້ວຍ, ພາຍໃນງານຈະມີການບໍລິການສັກຢາປ້ອງກັນພະຍາດວໍ້ໃຫ້ແກ່ໝາ, ແມວ ໂດຍບໍ່ເສຍຄ່າ(ບໍລິການຟຣີ) ນອກນີຍັງຈະມີການເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກໃຫ້ແກ່ປວງຊົນຍ່າງກວ້າງຂວາງ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ທັງເຫັນໄດ້ຄວາມສຳຄັນ ແລະ ໄພອັນຕະລາຍຂອງພະຍາດວໍ້ ເພື່ອໃຫ້ເຂົາເຈົ້າມີສ່ວນຮ່ວມໃນການປ້ອງກັນ ແລະ ຄວບຄຸມພະຍາດວໍ້ຢ່າງເປັນເຈົ້າການ.
