ປະຫວັດຄວາມເປັນມາ
ຂະແໜງລ້ຽງສັດ ແລະ ການປະມົງ ປະຈຳນະຄອນຫຼວງວຽງຈັນ ແມ່ນຂະແໜງການໜຶ່ງ ທີ່ສັງກັດໃນກົງຈັກການຈັດຕັ້ງຂອງພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນ ຫຼວງວຽງຈັນ ເປັນເສນາທິການທາງດ້ານວິຊາການ ໃນການຄຸ້ມຄອງການລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນຫຼວງວຽງຈັນ ແລະ ເປັນເສນາທິການ ໃນການພັດທະນາ ແລະ ຄຸ້ມຄອງດ້ານເຕັກນິກ, ວິຊາການຕາມທິດທາງນະໂຍບາຍ ແລະ ຍຸດທະສາດທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດບົນພື້ນຖານກົດໝາຍ ແລະ ລະບຽບທີ່ກຳນົດໄວ້.
