ທີ່ຕັ້ງ ແລະ ພາລະບົດບາດ
ຂະແໜງລ້ຽງສັດ ແລະ ການປະມົງ ປະຈຳນະຄອນຫຼວງວຽງຈັນ ຂຽນເປັນຕົວອັກສອນຫຍໍ້ວ່າ “ຂລປ.ນວ” ແມ່ນຂະແໜງການໜຶ່ງ ທີ່ສັງກັດໃນກົງຈັກການຈັດຕັ້ງຂອງພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນ ຫຼວງວຽງຈັນ ມີພາລະບົດບາດເປັນເສນາທິການທາງດ້ານວິຊາການ ໃນການຄຸ້ມຄອງການລ້ຽງສັດ, ການສັດຕະວະ ແພດ ແລະ ການປະມົງ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນຫຼວງວຽງຈັນ ແລະ ມີພາລະບົດບາດເປັນເສນາທິການ ໃນການພັດທະນາ ແລະ ຄຸ້ມຄອງດ້ານເຕັກນິກ, ວິຊາການຕາມທິດທາງນະໂຍບາຍ ແລະ ຍຸດທະສາດທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດບົນພື້ນຖານກົດໝາຍ ແລະ ລະບຽບທີ່ກຳນົດໄວ້.
ໜ້າທີ່
- ຜັນຂະຫຍາຍນະໂຍບາຍ, ຍຸດທະສາດພັດທະນາກະສິກຳ ແລະ ປ່າໄມ້, ແຜນດຳເນີນງານ ດ້ານການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໃຫ້ເປັນແຜນການ, ໂຄງການ ແລະ ແຜນວຽກລະອຽດ ເພື່ອຈັດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ;
- ເປັນເຈົ້າການປະຕິບັດບັນດາມາດຕະການກັນ ແລະ ຄວບຄຸມພະຍາດສັດ, ພະຍາດສັດນໍ້າ ລວມທັງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ເອົາໃຈໃສ່ ຕິດຕາມ, ກວດກາ ແລະ ສະກັດກັ້ນຄວາມສ່ຽງເປັນຕົ້ນແມ່ນ ສານຕົກຄ້າງ, ສານກະຕຸ້ນ, ສານເຄມີປົນເປື້ອນ ແລະ ວັດຖຸທີ່ໃຊ້ເປັນຢາທີ່ຈະເປັນອັນຕະລາຍຕໍ່ຊີວິດ ແລະ ສຸຂະພາບຂອງຄົນ, ສັດ ແລະ ສິງແວດລ້ອມ ອາດເກີດມາຈາກການຜະລິດ, ການຂົນສົ່ງ, ການເກັບຮັກສາ, ເຄື່ອນຍ້າຍ ແລະ ຈໍາໜ່າຍສັດ-ສັດນໍ້າ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ສິນຄ້າປະມົງເຂົ້າ-ອອກ ແລະ ຊົມໃຊ້ພາຍໃນແຂວງຂອງຕົນ;
- ຊຸກຍູ້, ສະໜັບສະໜູນ ກ່ຽວກັບການນຳໃຊ້ເຕັກນິກ-ເຕັກໂນໂລຊີເຂົ້າໃນການປັບປຸງ ແລະ ນໍາໃຊ້ ແນວພັນ, ອາຫານສັດ, ການປູກພືດອາຫານສັດ, ການນຳໃຊ້ຢາສັດຕະວະແພດ, ການຫັນປ່ຽນເຕັກນິກທີ່ເໝາະ ສົມ ລວມທັງການພັດທະນາກຸ່ມ, ສະຫະກອນ ແລະ ນິຄົມ, ສ້າງຕັ້ງກອງທຶນພັດທະນາການລ້ຽງສັດ ແລະ ການ ປະມົງ;
- ຄຸ້ມຄອງ, ພັດທະນາວຽກງານຄວາມປອດໄພຂອງອາຫານ, ສະຫວັດດີການ, ໂຮງພັກສັດກ່ອນຂ້າ, ໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ແລະ ໂຮງປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ລວມທັງການພັດທະນາ ແລະ ປັບປຸງ ກວດກາການອະນາໄມພະລິດຕະພັນສັດ ແລະ ສັດນໍ້າ;
- ພັດທະນາການກວດກາສັດຕະວະແພດ ປະຈຳດ່ານທ້ອງຖີ່ນ ແລະ ດ່ານປະເພນີ ເພື່ອຄວບຄຸມການ ເຄື່ອນຍ້າຍຜະລິດຕະພັນສິນຄ້າ ກ່ຽວກັບສັດ ແລະ ສິນຄ້າປະມົງໃຫ້ມີຄວາມປອດໄພ, ຖືກຕ້ອງ ພ້ອມທັງຄຸ້ມ ຄອງການລ້ຽງສັດນໍ້າ, ການຫາປາ, ການຈັບ ແລະ ຊົມໃຊ້ແບບຍືນຍົງ ລວມທັງວຽກປົກປັກຮັກສາຊັບພະຍາ ກອນປະມົງ ຕາມກົດໝາຍ ແລະ ລະບຽບ;
- ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານການລ້ຽງສັດ, ສັດຕະວະແພດ, ການປະມົງ ຫຼື ການລົງທຶນດ້ານການກະສິກໍາ ແລະ ປ່າໄມ້ ອື່ນ ທີ່ມີການພົວພັນກັນ ພ້ອມທັງຄຸ້ມຄອງ, ພັດທະນາ, ສ້າງເງື່ອນໄຂເອື້ອອຳນວຍ, ຕິດຕາມ, ກວດກາ ໃນການປະກອບທຸລະກິດການລ້ຽງສັດ, ສັດຕະ ວະແພດ ແລະ ການປະມົງຂອງຜູ້ປະກອບການ ທີ່ຢູ່ໃນນະຄອນຫຼວງວຽງຈັນ;
- ກວດກາ, ຕິດຕາມ ແລະ ສະກັດກັ້ນທຸກການກະທຳທີ່ລະເມີດກົດໝາຍ ແລະ ລະບຽບ ກ່ຽວກັບການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ພ້ອມທັງເປັນເຈົ້າການປະກອບສຳນວນດຳເນີນຄະດີ ແລະ ລາຍງານການກະທຳຜິດຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ;
- ສະເໜີຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ປະກາດ ແລະ ຍົກເລີກ ເຂດລະບາດພະຍາດສັດ ໃນ ກໍລະນີມີການລະບາດພະຍາດສັດຢູ່ຫຼາຍເມືອງ;
- ພົວພັນ, ຮ່ວມມື, ຕິດຕໍ່, ປະສານງານກັບພາກສ່ວນອື່ນກ່ຽວຂ້ອງ ຢູ່ພາຍໃນ ແລະ ພາຍນອກ ນະ ຄອນຫຼວງວຽງຈັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຍາດແຍ່ງການລົງທຶນ, ຊ່ວຍເຫຼືອລ້າ ດ້ານການເງິນ ແລະ ວິ ຊາການ ເພື່ອພັດທະນາວຽກງານ ການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ພາຍໃນນະຄອນຫຼວງວຽງຈັນ ໃຫ້ເຂັ້ມແຂງ;
- ກວດກາ, ຕິດຕາມ, ປະເມີນຜົນ, ຖອດຖອນບົດຮຽນ, ສັງລວມ, ສະຫຼຸບ ແລະ ລາຍງານ ເປັນ ແຕ່ລະໄລຍະ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈຳປີ ເພື່ອລາຍງານຂັ້ນເທິງ ຂອງຕົນຮັບຊາບ;
- ປະຕິບັດຕາມໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
