ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນວໍ້ ບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນວໍ້ ດ້ວຍການສັກວັກຊິນ. ວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຫົນໃນໂລກ ເປັນເວລາດົນນານ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງ ຄົນ ແລະ ສັດ ນັບພັນປີມາແລ້ວ ມາຮອດປັດຈຸບັນນີ້ ວໍ້ ກໍຍັງສືບຕໍ່ຂົ່ມຂູ່ ທັງໃນສຸຂະພາບຂອງຄົນ ແລະ ສັດ ຢ່າງຕໍ່ເນື່ອງ. ເຖິງແນວໃດກໍຕາມ ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະ ຄວາມສ່ຽງດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ໂລກ ກໍຄື ອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ໄດ້ຫັນມາເອົາໃຈໃສ່ ປ້ອງກັນ ແລະ ຄວບຄຸມວໍ້ ຢ່າງເອົາຈິງເອົາຈັງ, ໃນທີ່ສຸດ ອັດຕາການລະບາດຂອງພະຍາດວໍ້ ຢູ່ໃນໂລກ ມີຈຳນວນ ຫຼຸດລົງເລື້ອຍໆ ເຮັດໃຫ້ມີຫຼາຍປະເທດ ສາມາດກຳຈັດ ແລະ ປະກາດລົບລ້າງພະຍາດນີ້ ໃຫ້ໝົດໄປ ຈາກປະເທດຂອງຕົນ.
ການສັກຢາປ້ອງກັນພະຍາດວໍ້ ຖືເປັນມາດຕະການປ້ອງກັນໜຶ່ງທີ່ສຳຄັນ ແລະ ມີປະສິດທິຜົນທີ່ສຸດ. ນອກຈາກນີ້, ການໂຄສະນາ ເຜີຍແຜ່ ຂໍ້ມູນຂ່າວສານ ເພື່ອປູກຈິສຳນຶກ ໃຫ້ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບຜົນກະທົບ ຄວາມຮ້າຍແຮງຂອງພະຍາດວໍ້ ແລະ ໃຫ້ການຮ່ວມມື ຂອງປະຊາຊົນທີ່ເປັນເຈົ້າຂອງສັດນຳເອົາສັດໄປສັກຢາກັນພະຍາດກໍ່ແມ່ນມາດຕະການທີ່ຈຳເປັນ. ອົງການສຸຂະພາບສັດສາກົນໄດ້ກໍານົດເອົາ ວັນທີ 28 ກັນຍາ ຂອງທຸກໆປີ ເປັນວັນຕ້ານພະຍາດວໍ້ໂລກ, ຊຶ່ງໃນປີນີ້ໄດ້ໝູນວຽນບັນຈົບຄົບຮອບອີກເທື່ອໜຶ່ງ ເປັນຄັ້ງທີ 18 ນັບແຕ່ ໄດ້ປະກາດວັນວໍ້ໂລກ ວັນທີ 28 ກັນຍາ 2007 ເປັນຕົ້ນມາ.
ສະນັ້ນ, ເພື່ອເຮັດໃຫ້ການສ້າງຂະບວນການສັກຢາກັນພະຍາດວໍ້ ໃຫ້ບັນລຸຕາມເປົ້າໝາຍ, ກົມລ້ຽງສັດ ແລະ ການປະມົງຈຶ່ງໄດ້ສະໜອງຢາວັກຊິນກັນພະຍາດວໍ້ ຈຳນວນໜຶ່ງ ເພື່ອໃຫ້ແຕ່ລະແຂວງກະກຽມສ້າງຂະບວນການສັກຢາປ້ອງກັນພະຍາດວໍ້ ວັນທີ 28 ກັນຍາ 2024 ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການສັກຢາປ້ອງກັນພະຍາດວໍ້ ໃຫ້ກ້ວາງຂວາງ ໃນຂອບເຂດທົ່ວປະເທດ.
