ນະຄອນຫຼວງວຽງຈັນ (ນວ) ສຸມໃສ່ເຝົ້າລະວັງຢ່າງເຄັ່ງຄັດ ພາຍຫຼັງທີ່ໄດ້ຮັບຂ່າວມີການລະບາດຂອງພະຍາດໄຂ້ເລືອດດໍາຢູ່ປະເທດເພື່ອນບ້ານ ໂດຍໄດ້ລົງຕິດຕາມການລ້ຽງສັດຂອງປະຊາຊົນຢູ່ບັນດາເມືອງ ໄປພ້ອມໆກັບການເອົາໃຈໃສ່ຕິດຕາມກວດກາສຸຂະພາບສັດ ການສຸມໃສ່ເຄື່ອນຍ້າຍສັດເຂົ້າ ຢູ່ ນວ ເພື່ອຮັບປະກັນບໍ່ໃຫ້ມີການລະບາດ.
ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ໃຫ້ສຳພາດວ່າໃນວັນທີ 6 ພຶດສະພານີ້ວ່າ: ປັດຈຸບັນ ນວ ໄດ້ສຸມໃສ່ການລົງຕິດຕາມການລ້ຽງສັດຂອງປະຊາ ຊົນ ໂດຍສະເພາະເມືອງທີ່ມີການລ້ຽງສັດໃຫຍ່ຫຼາຍເຊັ່ນ: ນາຊາຍທອງ ປາກງື່ມ ແລະ ເມືອງສັງທອງ ພ້ອມທັງໄດ້ມີການເຂັ້ມງວດກວດກາແຫຼ່ງທີ່ມາ ຕິດຕາມສຸຂະພາບສັດ ກ່ອນຈະນຳເຂົ້າໂຮງງານຂ້າສັດ ພາຍຫຼັງຂ້າແລ້ວກໍໄດ້ກວດກາສິ້ນສ່ວນຕ່າງໆຂອງສັດ ຖ້າຫາກມີຄວາມຜິດປົກກະຕິຂອງສັດກໍຈະຢຸດການຈຳໜ່າຍ ແລະ ທຳລາຍຖີ້ມທັນທີທັງນີ້ກໍເພື່ອໃຫ້ຜູ້ບໍລິໂພກມີຄວາມປອດໄພ.
ນອກຈາກນີ້ກໍໄດ້ປ້ອງກັນການລັກລອບນຳເຂົ້າຈາກປະເທດເພື່ອນບ້ານທີ່ມີການລະບາດຜ່າຍຊ່ອງທາງຕ່າງໆ ແມ່ນໄດ້ມີການຊີ້ນຳໃຫ້ບັນດາດ່ານຕ່າງໆ ແລະ ຈຸດກວດກາສັດທີ່ນຳເຂົ້າຂອງນະຄອນຫຼວງວຽງຈັນ ເປັນຕົ້ນຢູ່ເມືອງປາກງື່ມ ເມືອງສັງທອງ ພ້ອມກັນນັ້ນກໍໄດ້ກະກຽມຕັ້ງຈຸດກວດກາຢູ່ເມືອງສັງທອງ ຄຽງຄູ່ກັນນັ້ນກໍໄດ້ມີການເຝົ້າລະວັງເພື່ອປ້ອງກັນພະຍາດໄຂ້ເລືອດດຳ ລົງຊຸກຍູ້ສົ່ງເສີມການສັກຢາປ້ອງກັນໃຫ້ແກ່ສັດລ້ຽງຂອງປະຊາຊົນ ໂດຍສະເພາະໃນໄລຍະລະດູແລ້ງກ້າວສູ່ລະດູຝົນ ເຊິ່ງໄລຍະນີ້ມັກເກີດມີການລະບາດຂອງພະຍາດສັດ ໂດຍໄດ້ມີການແນະນຳໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ແຕ່ລະເມືອງລົງຊຸກຍູ້ໃຫ້ປະຊາຊົນຜູ້ທີ່ລ້ຽງສັດສັກຢາປ້ອງກັນສັດລ້ຽງຂອງຕົນ ຕິດພັນກັບເຜີຍແຜ່ແຈ້ງການຂອງຂັ້ນເທິງວາງອອກໃຫ້ແກ່ອົງການປົກຄອງບ້ານ ສັດຕະວະແພດຂັ້ນບ້ານ ຖ້າຫາກພົບເຫັນສັດຕາຍ ຫຼື ມີອາການຜິດປົກ ກະຕິຫ້າມບໍ່ໃຫ້ຄົວມາບໍລິໂພກເດັດຂາດ ຕ້ອງລາຍງານໃຫ້ອຳນາດການປົກຄອງຂັ້ນບ້ານ ຫຼື ສັດຕະວະແພດເມືອງເພື່ອລົງໄປກວດກາ ເກັບຕົວຢາງມາວິໄຈເພື່ອໝັ້ນໃຈວ່າສັດທີ່ຕາຍບໍ່ແມ່ນຕາຍຍ້ອນພະຍາດໄຂ້ເລືອດດຳ ຫຼື ພະຍາດອື່ນໆ ຈາກນັ້ນກໍທຳລາຍຖີ້ມຕາມຫຼັກວິຊາການ ຖ້າພົບເຫັນມີການຄົວມາບໍລິໂພກແມ່ນຈະມີມາດຕະການປັບໄໝຕາມລະ ບຽບກົດໝາຍ.
ປັດຈຸບັນຢູ່ນະຄອນຫຼວງວຽງຈັນ ກໍຄື ໃນຂອບເຂດທົ່ວປະເທດ ຍັງບໍ່ພົບການລະບາດຂອງພາດໄຂ້ເລືອດດຳ ເຖິງແນວໃດກໍຕາມທຸກພາກສ່ວນກໍໄດ້ມີການປ້ອງກັນຢ່າງເຄັ່ງຄັດເພື່ອບໍ່ໃຫ້ເກີດການລະບາດຂອງພະຍາດດັ່ງກ່າວ ຫຼື ຖ້າມີການລະບາດ ນວ ແມ່ນມີຄວາມພ້ອມຮອບດ້ານເພື່ອຕອບໂຕ້ການລະບາດຂອງພະຍາດດັ່ງກ່າວ ໂດຍຈະສົມທົບກັບບັນດາເມືອງໃນ ນວ ເພືອກຳນົດມາດຕະການໃນການເຝົ້າລະວັງ ໂດຍອີງໃສ່ແຈ້ງຂອງກະຊວງກະສິກຳ ແລະ ປ່າໄມ້ ກົມລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງ.
ພ້ອມນັ້ນກໍຈະໄດ້ລົງເຜີຍແຜ່ບັນດາແຈ້ງການຕ່າງໆໃຫ້ແກ່ພໍ່ແມ່ປະຊົນຮັບຮູ້ ແລະ ເຂົ້າໃຈໃນການປ້ອງກັນ ສະນັ້ນ ຮຽກຮ້ອງມາຍັງສັງຄົມບໍ່ຄວນແຕກຕື່ນຄວນມີສະຕິໃນການບໍລິໂພກຂ່າວໃນສື່ສັງຄົມອອນລາຍ ຄວນຕິດຕາມ ແລະ ເຊື່ອຖືຂ່າວທີ່ເປັນທາງການ ປັດຈຸບັນຍັງສາມາດບໍລິໂພກຊີ້ນສັດໄດ້ຕາມປົກກະຕິ ແຕ່ຕ້ອງປຸງແຕ່ງໃຫ້ສຸກກ່ອນບໍລິໂພກ ຫຼີກລຽງບໍລິໂພກອາຫານສຸກໆດິບໆເພື່ອປ້ອງພະຍາດຕ່າງໆ.
ສຳລັບພະຍາດດັ່ງກ່າວ ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນເວລາດົນ ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວສັດຈະສົ່ງເຊື້ອອອກທາງອາຈົມ ນ້ຳຢຽວ ນ້ຳນົມ ເລືອດ ແລະ ອື່ນໆ ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສຳ ຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.
