ໃນເຊົ້າ ຂອງ ວັນທີ 27 ມີຖຸນາ 2025, ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດເປີດຝືກອົບຮົມກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມຊັ້ນ2 ຂອງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ພ້ອມດ້ວຍນັກສຳມະນາກອນ ແລະ ພະນັກງານຂະແໜງເຂົ້າຮ່ວມ ໃນການຝືກອົບຮົມຄັ້ງນີ້ເພື່ອຄຸ້ມຄອງ, ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ໃນການເຜີຍແຜ່ຂໍ້ມູນຂ່າວສານ ວຽກງານດັ່ງກ່າວ.
ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ
