
ໃນຕອນເຊົ້າຂອງ ວັນທີ 11 ພະຈີກ 2022 ກົມລ້ຽງສັດ ແລະ ການປະມົງ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ອົງການປົກຄອງບ້ານດອນໄຮ່ ຮ່ວມກັນຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ແຫ່ງ 11 ພະຈິກ ປະຈຳປີ 2022 ຂຶ້ນທີ່ບ້ານດອນໄຮ່ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊີງໃຫ້ກຽດເຂົ້າຮ່ວມໂດຍການນໍາຂັ້ນຂັ້ນກະຊວງ, ນະຄອນຫຼວງ, ເມືອງ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມເປັນຈຳນວນຫຼາຍ.

ໃນພິທີ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານສະພາບລວມການລ້ຽງສັດໃນນະຄອນຫຼວງ, ການຈັດຕັ້ງປະຕິບັດວຽກງານສັກຢາກັນພະຍາດສັດໄລຍະຜ່ານມາໃນທົ່ວນະຄອນຫຼວງ ແລະ ແຜນການຈັກຕັ້ງປະຕິບັດໃນປີ 2022, ຈາກນັ້ນ, ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກໍ່ໄດ້ຂຶ້ນລາຍງານສະພາບການລ້ຽງສັດ ໃນທົ່ວປະເທດ ແລະ ແຜນພັດທະນາໃນຊຸມປີຕໍ່ໜ້າ ແລະ ໃຫ້ກຽດລັ່ນຄອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການໂດຍ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.
ພາຍໃນງານປະກອບມີກິດຈະກຳຄື: ການສັກຢາກັນພະຍາດໃຫ້ແກ່ສັດລ້ຽງຂອງປະຊາຊົນ(ຄວາຍ, ງົວ, ແບ້, ໝູ, ສັດປີກ, ໝາ ແລະ ແມວ), ການວ່າງສະແດງຮູບພາບ ແລະ ເຄື່ອງມື ໃນການສົ່ງເສີ່ມຊາວກະສິກອນຜູ້ລ້ຽງສັດ ແລະ ຢ້ຽມຢາມຟາມລ້ຽງງົວຕົບແບບທີ່ຜະລິດພໍ່ແມ່ພັນງົວພື້ນຖານຕອບສະໜອງນະໂຍບາຍຂອງກະຊວງກະສິກຳ ແລະ ປ່າໄມ້.

ຜົນໄດ້ຮັບໃນການຈັດຕັ້ງປະຕິບັດພິທີສັກຢາກັນພະຍາດສັດ ເລີ່ມຈັດຕັ້ງປະຕິບັດແຕ່ວັນມີ 10 -22 ພະຈິກ 2022 ໄດ້ສຳເລັດການສ້າງຂະບວນການສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2022 ສາມາດສະຫຼຸບຕົວເລກສັດທີ່ໄດ້ຮັບການສັກຢາກັນພະຍາດສັດເຊັ່ນ: ພະຍາດເຕົ້າໂຮມເລືອດ, ອະຫິວາໝູ, ອະຫິວາສັດປີກ, ນີວຄາເຊີນແກ່, ນີວຄາເຊີນອ່ອນ, ໄອທູ ແລະ ວໍ້ ໄດ້ດັ່ງນີ້: ງົວ ຈຳນວນ 2.105 ໂຕ, ຄວາຍ ຈຳນວນ 72 ໂຕ, ແບ້ ຈຳນວນ 76 ໂຕ, ໝູ ຈໍານວນ 815 ໂຕ, ສັດປີກ ຈໍານວນ 12.284 ໂຕ, ໝາ ຈໍານວນ 404 ໂຕ ແລະ ແມວ ຈຳນວນ 09 ໂຕ ແລະ ຍັງໄດ້ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະເພາະແມ່ນ ວິຊາການສັດຕະວະແພດເມືອງ ສຶບຕໍ່ລົງຊຸກຍູ້ສັດຕະວະແພດປະຈຳບ້ານ ເຄື່ອນໄຫວສັກຢາກັນພະຍາດສັດໃຫ້ແກ່ສັດລ້ຽງຂອງປວງຊົນໃຫ້ທົ່ວເຖີງ ແລະ ສູ້ຊົນໃຫ້ບັນລຸຄາດໝາຍການຈັດຕັ້ງປະຕິບັດການສັກຢາກັນພະຍາດສັດ ໃນນະຄອນຫຼວງວຽງຈັນ ໃຫ້ໄດ້ 80 % ຂອງຝູງສັດ
