
ສະຫະກອນສາມເອັບ ບໍລິສັດ ຊີພີລາວ ແລະ ບໍລິສັດເບທາໂກລາວມອບເງິນກອງທືນຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງກຸ່ມລ້ຽງໝູ ໃຫ້ກັບຂະແໜງການລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຳນວນ 100 ລ້ານກີບ.
ເງິນຈໍານວນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການຊຸກຍູ້ສົ່ງເສີມການລ້ຽງໝູ ແລະ ເຝົ້າລະວັງ ປ້ອງກັນພະຍາດໄຂ້ເລືອດດໍາໃນ ນວ ເພື່ອຫຼີກລຽງຜົນກະທົບຕໍ່ການຜະລິດໝູຊີ້ນ ແລະ ຕອບສະໜອງຊີ້ນໝູໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນ ນວ.
ພິທີມອບເງິນຈໍານວນດັ່ງກ່າວຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຕ່າງໜ້າມອບໂດຍ ສະຫະກອນສາມເອັບ ບໍລິສັດຊີພີລາວ ບໍລິສັດເບທາໂກລາວ ຕາງໜ້າຮັບໂດຍທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
