ພະແນກກະສິກໍຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ເປີດຕະຫຼາດສົ່ງເສີ່ມການລ້ຽງງົວ ແລະ ປຸ່ງແຕ່ງຜະລິດຕະພັນຊີ້ນງົວ  ແຕ່ວັນທີ 15-19 ຕຸລາ 2025

ພະແນກກະສິກໍຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ເປີດຕະຫຼາດສົ່ງເສີ່ມການລ້ຽງງົວ ແລະ ປຸ່ງແຕ່ງຜະລິດຕະພັນຊີ້ນງົວ  ແຕ່ວັນທີ 15-19 ຕຸລາ 2025

ໃນຕອນແລງວັນທີ 16 ຕຸລາ 2025 ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊທານີ  ແລະ ສະມາຄົມຜູ້ປະກອບການລ້ຽງງົວ ແລະ ພັດທະນາສາຍພັນງົວບຣາມັນ ແຫ່ງສປປລາວ, ໄດ້ຢ່າງເປັນທາງການຂຶ້ນທີ່ ເດີນສະໜາມກິລາຫຼັກ 16 ບ້ານດົງສ້າງຫີນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ສຸລິຍະວົງ  ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງວຽງຈັນ. ເຂົ້າຮ່ວມໃນພິທີມີ ບັນດາ ທ່ານຫົວໜ້າຫ້ອງວ່າການ, ເຈົ້້າເມືອງ-ຮອງເຈົ້າເມືອງ, ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໃນພິທີໄດ້ມີການວາງສະແດງງົວພໍ່ແມ່ພັນ

ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ  ຈະໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ 

ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ  ຈະໄດ້ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ 

ໃນວັນທີ 4 ຕຸລາ 2025 ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ຈະໄດ້ສ້າງຂະບວນການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 18 ປີ (28 ກັນຍາ 2007 -28 ກັນຍາ 2025) ໂດຍອິງຕາມ ອົງການສຸຂະພາບສັດ ສາກົນ ທີ່ໄດ້ກຳນົດເອົາ ວັນທີ 28 ກັນຍາ ຂອງທຸກໆປີ ເປັນວັນຕ້ານພະຍາດວໍ້ໂລກ, ພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂອງນະຄອນຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ໂຮງໝໍປົວສັດນະຄອນຫຼວງວຽງຈັນ ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ເຊີ່ງພິທີດັ່ງກ່າວຈະໄດ້ເລີ່ມແຕ່ເວລາ 8:00

ຄະນະຊາວໜຸ່ມ ປປລ ຮາກຖານ ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024

ຄະນະຊາວໜຸ່ມ ປປລ ຮາກຖານ ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024

ໃນຕອນເຊົ້າວັນທີ 20 ສິງຫາ 2025 ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກກະສິກຳ ແລະ ປ່າໄມ້.ນວ ໄດ້ຈັດພິທີປະກາດ 4 ບຸກ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຂອງ ສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ຄຳພຸດ ສຸດາວັນ ຮອງເລຂາຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້, ສະຫາຍ ນາງ ວັນເພັງ ສຸວັນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ, ບັນດາ ເລຂາ,

ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ປ່ອຍປາຄືນສູ່ທຳມະຊາດ ໃນວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກໍຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໄດ້ປ່ອຍປາຄືນສູ່ທຳມະຊາດ ໃນວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ 13 ກໍລະກົດ 2025

ໃນຕອນເຊົ້າວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກົມລ້ຽງສັດ ແລະ ການປະມົງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ  ແລະ ອຳນາດການປົກຄອງບ້ານ ນາໄຫ, ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2025 ຢ່າງເປັນທາງການຂຶ້ນທີ່ ຄອງນໍ້າວຽງຈັນ ບ້ານ ນາໄຫ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ

ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ 

ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ 

ໃນວັນທີ 9 ກໍລະກົດ 2025 ຂະ​ແໜງ​ລ້ຽງ​ສັດ ແລະ ການ​ປະ​ມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ​ທຳລາຍຜະ​ລິດ​ຕະ​ພັນ​ສັ​ດນ້ຳ (ປາ​ມຶກ​ແດງ​ແຊ່) ຈຳ​ນວນ 940 ກິ​ໂລກ​ຣາມ ຂຶ້ນ ທີ່ດ່ານກັກກັນສັດດົງໂພສີ  ໂດຍການເຂົ້າຮ່ວມຂອງທ່ານ ດົວລີ ລີເລ່ຍນູ່ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ ເຊີ່ງປາມຶກແດງແຊ່ ທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ກວດຍຶດມາຈາກພໍ່ຄ້າຢູ່ບ້ານອີ່ໄລ ເມືອງນາຊາຍທອງ ເຊີ່ງຜ່ານການກວດກາພົບວ່າມີສານເຄມີປົນເປື້ອນ (Formalin) ປະສົມໃນອາຫານ ເພື່ອເຮັດໃຫ້ອາຫານມີຄວາມສົດ   ໃໝ່ ແລະ ເກັບຮັກສາໄວ້ໄດ້ດົນ

ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ໃນເຊົ້າ ຂອງ ວັນທີ 27 ມີຖຸນາ 2025, ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດເປີດຝືກອົບຮົມກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມຊັ້ນ2 ຂອງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ພ້ອມດ້ວຍນັກສຳມະນາກອນ ແລະ ພະນັກງານຂະແໜງເຂົ້າຮ່ວມ ໃນການຝືກອົບຮົມຄັ້ງນີ້ເພື່ອຄຸ້ມຄອງ, ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ໃນການເຜີຍແຜ່ຂໍ້ມູນຂ່າວສານ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ນະຄອນຫຼວງວຽງຈັນ ກະກຽມປ່ອຍປາຄືນສູ່ທຳມະຊາດ

ໃນວັນທີ 13 ກໍລະກົດ 2025 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຈະໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ແລະ ວັນອະນຸລັກສັດນ້ຳ, ສັດປ່າ ແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ……………………………….ພີທີດັ່ງກ່າວຈະໄດ້ຈັດຂື້ນ ທີ່ບ້ານສົມຫວັງເມືອງ ຫາດຊາຍຟອງນະຄອນວຽງຈັນ ໂດຍ ຈະປ່ອຍປາ ຈຳນວນ 1.000.000 ໂຕ ຈຳນວນຜູ້ເຂົ້າຊົມ: 70

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນວໍ້ ບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນວໍ້ ດ້ວຍການສັກວັກຊິນ. ວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຫົນໃນໂລກ ເປັນເວລາດົນນານ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງ ຄົນ ແລະ ສັດ ນັບພັນປີມາແລ້ວ ມາຮອດປັດຈຸບັນນີ້ ວໍ້ ກໍຍັງສືບຕໍ່ຂົ່ມຂູ່ ທັງໃນສຸຂະພາບຂອງຄົນ ແລະ ສັດ ຢ່າງຕໍ່ເນື່ອງ. ເຖິງແນວໃດກໍຕາມ ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະ ຄວາມສ່ຽງດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ໂລກ ກໍຄື

ກອງປະຊຸມປືກສາຫາລືແນວທາງການລ້ຽງງົວເປັນສີນຄ້າ ໃນນະຄອນຫຼວງວຽງຈັນ

ກອງປະຊຸມປືກສາຫາລືແນວທາງການລ້ຽງງົວເປັນສີນຄ້າ ໃນນະຄອນຫຼວງວຽງຈັນ

ໃນວັນທີ 19-20 ມີຖຸນາ 2025, ທີ່ວັງວຽງ ແຂວງວຽງຈັນ, ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມກ່ຽວກັບການປືກສາຫາລືແນວທາງການລ້ຽງງົວເປັນສິນຄ້າໃນນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ມາຈາກ ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ 9 ຕົວເມືອງ, ຜູ້ປະກອບການລ້ຽງງົວ, ກຸ່ມລ້ຽງງົວ ແລະ ສະມາຄົມພັດທະນາສາຍພັນງົວບຣາມັນ ແຫ່ງ ສປປ ລາວ ຜ່ານການປືກສາຫາລື

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃນການ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນ, ໂດຍສະເພາະທົ່ວນະຄອນຫຼວງວຽງຈັນ, ທັງເປັນການໂຄສະນາ, ເຜີຍແຜ່ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແບບຍືນຍົງ ເຊິ່ງເປັນວຽກທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ. ໄລຍະຜ່ານມາ, ການຈັດຕັ້ງແຕ່ລະຂັ້ນ ແຕ່ຂັ້ນນະຄອນຫຼວງວຽງຈັນ ເຖິງຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ