ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ 

ພະແນກກະສິກໍຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ທໍາລາຍ(ປາມຶກແດງແຊ່) ທີ່ປົນເປື້ອນສານເຄມີ 

ໃນວັນທີ 9 ກໍລະກົດ 2025 ຂະ​ແໜງ​ລ້ຽງ​ສັດ ແລະ ການ​ປະ​ມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ​ທຳລາຍຜະ​ລິດ​ຕະ​ພັນ​ສັ​ດນ້ຳ (ປາ​ມຶກ​ແດງ​ແຊ່) ຈຳ​ນວນ 940 ກິ​ໂລກ​ຣາມ ຂຶ້ນ ທີ່ດ່ານກັກກັນສັດດົງໂພສີ  ໂດຍການເຂົ້າຮ່ວມຂອງທ່ານ ດົວລີ ລີເລ່ຍນູ່ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ ເຊີ່ງປາມຶກແດງແຊ່ ທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ກວດຍຶດມາຈາກພໍ່ຄ້າຢູ່ບ້ານອີ່ໄລ ເມືອງນາຊາຍທອງ ເຊີ່ງຜ່ານການກວດກາພົບວ່າມີສານເຄມີປົນເປື້ອນ (Formalin) ປະສົມໃນອາຫານ ເພື່ອເຮັດໃຫ້ອາຫານມີຄວາມສົດ   ໃໝ່ ແລະ ເກັບຮັກສາໄວ້ໄດ້ດົນ

ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ຝືກອົບຮົມການຄຸ້ມຄອງ ແລະ ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງຈັນ

ໃນເຊົ້າ ຂອງ ວັນທີ 27 ມີຖຸນາ 2025, ທີ່ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດເປີດຝືກອົບຮົມກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມຊັ້ນ2 ຂອງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ພ້ອມດ້ວຍນັກສຳມະນາກອນ ແລະ ພະນັກງານຂະແໜງເຂົ້າຮ່ວມ ໃນການຝືກອົບຮົມຄັ້ງນີ້ເພື່ອຄຸ້ມຄອງ, ນຳໃຊ້ ເວບໄຊ ຂອງຂະແໜງລ້ຽງສັດ ແລະ ການປະມົງ ໃນການເຜີຍແຜ່ຂໍ້ມູນຂ່າວສານ