ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ສະເຫຼີມສະຫຼອງວັນວໍ້ໂລກ 28 ກັນຍາ

ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນວໍ້ ບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນວໍ້ ດ້ວຍການສັກວັກຊິນ. ວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຫົນໃນໂລກ ເປັນເວລາດົນນານ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງ ຄົນ ແລະ ສັດ ນັບພັນປີມາແລ້ວ ມາຮອດປັດຈຸບັນນີ້ ວໍ້ ກໍຍັງສືບຕໍ່ຂົ່ມຂູ່ ທັງໃນສຸຂະພາບຂອງຄົນ ແລະ ສັດ ຢ່າງຕໍ່ເນື່ອງ. ເຖິງແນວໃດກໍຕາມ ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະ ຄວາມສ່ຽງດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ໂລກ ກໍຄື