ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ແຈ້ງການ ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2025

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃນການ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນ, ໂດຍສະເພາະທົ່ວນະຄອນຫຼວງວຽງຈັນ, ທັງເປັນການໂຄສະນາ, ເຜີຍແຜ່ວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແບບຍືນຍົງ ເຊິ່ງເປັນວຽກທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ. ໄລຍະຜ່ານມາ, ການຈັດຕັ້ງແຕ່ລະຂັ້ນ ແຕ່ຂັ້ນນະຄອນຫຼວງວຽງຈັນ ເຖິງຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ ໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ