ສົ່ງເສີມການລ້ຽງສັດ ແລະ ການປະມົງ ຢ່າງຍືນຍົງ
ພັດທະນາເຕັກນິກການຜະລິດ, ປ້ອງກັນພະຍາດສັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ໃນນະຄອນຫຼວງວຽງຈັນ
ຂະຫຍາຍຟາມລ້ຽງປາ ແລະ ອານຸລັກພັນປາພື້ນເມືອງ
ຍົກລະດັບສະບຽງອາຫານ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ຊຸມຊົນ
ພາລະບົດບາດ ແລະ ພັນທະຕົ້ນຕໍ
ນະໂຍບາຍ
ຜັນຂະຫຍາຍນະໂຍບາຍ, ຍຸດທະສາດພັດທະນາກະສິກຳ ແລະ ປ່າໄມ້, ແຜນດຳເນີນງານ ດ້ານການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໃຫ້ເປັນແຜນການ, ໂຄງການ ແລະ ແຜນວຽກລະອຽດ ເພື່ອຈັດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ.
ສົ່ງເສີມການລ້ຽງສັດນ້ຳ
ຖ່າຍທອດເຕັກໂນໂລຊີການລ້ຽງປາ, ແນວພັນປາ ແລະ ການຄຸ້ມຄອງແຫຼ່ງນ້ຳທຳມະຊາດຢ່າງມີປະສິດທິພາບ.
ຝຶກອົບຮົມ & ໃຫ້ຄຳປຶກສາ
ຈັດອົບຮົມສາມະນາກອນ, ຝຶກທັກສະໃຫ້ຊາວກະສິກອນ ແລະ ໃຫ້ຄຳແນະນຳດ້ານໂພຊະນາການສັດ.
ຂ່າວສານ & ກິດຈະກຳລ່າສຸດ
ອັບເດດການເຄື່ອນໄຫວຂອງຂະແໜງລ້ຽງສັດ ແລະ ການປະມົງ
ຂະບວນການວັນປ່ອຍປາ ແລະ ປ່ອຍສັດນ້ຳ-ສັດປ່າ ແຫ່ງຊາດ ປະຈຳປີ 2022 ທີ່ອ່າງນ້ຳຊ່ວງ
ພະແນກກະສິກຳ ແລະ ປ່າໄມ້, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ນາຊາຍທອງ ແລະ ຫ້ອງການປົກຄອງບ້ານ ສີວິໄລ ເປັນເຈົ້າການຈັດຕັ້ງປະຕິບັດ ວັນປ່ອຍປາ ແລະ ອະນຸລັກສັດນ້ຳສັດປ່າແຫ່ງຊາດ ກຳນົດເອົາ ວັນທີ 13 ກໍລະກົດ 2022 ເປັນວັນປ່ອຍປາແຫ່ງຊາດ ເພື່ອອະນຸລັກ, ປົກປັກຮັກສາ ແນວພັນປາ ແລະ ແນວພັນສັດນ້ຳນາໆຊະນິດ.
ເຮັດໃຫ້ແຫຼ່ງນ້ຳທຳມະຊາດໄດ້ມີຄວາມອຸດົມສົມບູນເພີ່ມຂຶ້ນ ທັງເປັນການປູກຈິດສຳນຶກໃຫ້ແກ່ສັງຄົມຢ່າງກວ້າງຂວາງ ຈຶ່ງກາຍມາເປັນວັນບຸນປະເພນີປ່ອຍປາຂອງປວງຊົນລາວທັງຊາດ ຕາມແຜນປ່ອຍປາຄືນສູ່ແຫຼ່ງນໍ້າທຳມະຊາດ ພາຍໃນ 09 ເມືອງ ທົ່ວນະຄອນຫຼວງວຽງຈັນ.
ເພື່ອປະຕິບັດກົດໝາຍວ່າດ້ວຍການປະມົງໃຫ້ປະກົດຜົນເປັນຈິງ ແນໃສ່ເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ກິດຈະກໍາການປ່ອຍປາ ແລະ ສັດນໍ້າ ໃຫ້ເປັນຂະບວນການໃນຂອບເຂດນະຄອນຫຼວງວຽງຈັນ ໃນຊຸມປີ 2021 ຜ່ານມາ ທົ່ວນະຄອນຫຼວງວຽງຈັນ ໄດ້ປ່ອຍປາໃນວັນອະນຸລັກສັດນ້ຳ-ສັດປ່າ, ໄດ້ທັງໝົດ 8.000.000 ໂຕ.
ໃນປີນີ້ເນື່ອງໃນວັນອະນຸລັກສັດນໍ້າ - ສັດປ່າແຫ່ງຊາດ ແລະ ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ ວັນທີ 13 ກໍລະກົດ 2022, ພະແນກກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບບັນດາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ກົມລ້ຽງສັດ ແລະ ການປະມົງ ແລະ ກົມປ່າໄມ້ ເພື່ອກະກຽມພິທີວັນປ່ອຍປາແຫ່ງຊາດ 13 ກໍລະກົດ ປະຈໍາປີ 2022 ນີ້ ຕາມແຜນການມີລູກປາທີ່ຈະນໍາໄປປ່ອຍ ທັງໝົດ 1.000.000 ໂຕ.
ຜົນໄດ້ຮັບໃນການຈັດຕັ້ງປະຕິບັດພິທີວັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າ ເລີ່ມປ່ອຍປານັບແຕ່ວັນທີ 08-15 ກໍລະກົດ 2022 ໄດ້ສໍາເລັດ ພິທີວັນປ່ອຍປາ ສາມາດສະຫຼຸບຕົວເລກປາ, ສັດນ້ຳ, ທີ່ປ່ອຍຕົວຈິງໂດຍຫຍໍ້ດັ່ງຕໍ່ໄປນີ້: ປາຈຳນວນ 815.000 ໂຕ ໃນມື້ພິທີ, ສ່ວນຊຸມຊົນທົ່ວນະຄອນຫຼວງວຽງຈັນປ່ອຍໄດ້ປະມານ 8.060.000 ໂຕ. ລວມທັງໝົດ ປ່ອຍໄດ້ 8.875.000 ໂຕ.
ຂະບວນການວັນສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2022 ທີ່ບ້ານດອນໄຮ່
ໃນຕອນເຊົ້າຂອງ ວັນທີ 11 ພະຈີກ 2022 ກົມລ້ຽງສັດ ແລະ ການປະມົງ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ອົງການປົກຄອງບ້ານດອນໄຮ່ ຮ່ວມກັນຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ ປະຈຳປີ 2022 ຂຶ້ນທີ່ບ້ານດອນໄຮ່.
ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍການນຳຂັ້ນກະຊວງ, ນະຄອນຫຼວງ, ເມືອງ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນຈຳນວນຫຼາຍ.
ໃນພິທີ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານສະພາບລວມການລ້ຽງສັດໃນນະຄອນຫຼວງ, ການຈັດຕັ້ງປະຕິບັດວຽກງານສັກຢາກັນພະຍາດສັດໄລຍະຜ່ານມາໃນທົ່ວນະຄອນຫຼວງ ແລະ ແຜນການຈັດຕັ້ງປະຕິບັດໃນປີ 2022. ຈາກນັ້ນ, ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກໍໄດ້ຂຶ້ນລາຍງານສະພາບການລ້ຽງສັດໃນທົ່ວປະເທດ ແລະ ແຜນພັດທະນາໃນຊຸມປີຕໍ່ໜ້າ ແລະ ໃຫ້ກຽດລັ່ນຄອງ 9 ບາດ ເພື່ອເປີດພິທີຢ່າງເປັນທາງການໂດຍ ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.
ພາຍໃນງານປະກອບມີກິດຈະກຳຄື: ການສັກຢາກັນພະຍາດໃຫ້ແກ່ສັດລ້ຽງຂອງປະຊາຊົນ (ຄວາຍ, ງົວ, ແບ້, ໝູ, ສັດປີກ, ໝາ ແລະ ແມວ), ການວາງສະແດງຮູບພາບ ແລະ ເຄື່ອງມື ໃນການສົ່ງເສີມຊາວກະສິກອນຜູ້ລ້ຽງສັດ ແລະ ຢ້ຽມຢາມຟາມລ້ຽງງົວຕົ້ນແບບທີ່ຜະລິດພໍ່ແມ່ພັນງົວພື້ນຖານຕອບສະໜອງນະໂຍບາຍຂອງກະຊວງກະສິກຳ ແລະ ປ່າໄມ້.
ຜົນໄດ້ຮັບໃນການຈັດຕັ້ງປະຕິບັດພິທີສັກຢາກັນພະຍາດສັດ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 10-22 ພະຈິກ 2022 ໄດ້ສໍາເລັດການສ້າງຂະບວນການສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2022 ສາມາດສະຫຼຸບຕົວເລກສັດທີ່ໄດ້ຮັບການສັກຢາກັນພະຍາດສັດ (ເຊັ່ນ: ພະຍາດເຕົ້າໂຮມເລືອດ, ອະຫິວາໝູ, ອະຫິວາສັດປີກ, ນິວຄາເຊິນແກ່, ນິວຄາເຊິນອ່ອນ, ໄອທູ ແລະ ວໍ້) ໄດ້ດັ່ງນີ້: ງົວ ຈຳນວນ 2.105 ໂຕ, ຄວາຍ ຈຳນວນ 72 ໂຕ, ແບ້ ຈຳນວນ 76 ໂຕ, ໝູ ຈໍານວນ 815 ໂຕ, ສັດປີກ ຈໍານວນ 12.284 ໂຕ, ໝາ ຈໍານວນ 404 ໂຕ ແລະ ແມວ ຈຳນວນ 09 ໂຕ.
ນອກຈາກນີ້ ຍັງໄດ້ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະເພາະແມ່ນ ວິຊາການສັດຕະວະແພດເມືອງ ສືບຕໍ່ລົງຊຸກຍູ້ສັດຕະວະແພດປະຈຳບ້ານ ເຄື່ອນໄຫວສັກຢາກັນພະຍາດສັດໃຫ້ແກ່ສັດລ້ຽງຂອງປວງຊົນໃຫ້ທົ່ວເຖິງ ແລະ ສູ້ຊົນໃຫ້ບັນລຸຄາດໝາຍການຈັດຕັ້ງປະຕິບັດການສັກຢາກັນພະຍາດສັດ ໃນນະຄອນຫຼວງວຽງຈັນ ໃຫ້ໄດ້ 80% ຂອງຝູງສັດ.
ຊຸກຍູ້ຊາວກະສິກອນຜູ້ລ້ຽງງົວ ໃນການປັບປຸງພັນງົວ ໃນ 5 ຕົວເມືອງ
ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບ 5 ຕົວເມືອງ ເປີດຂະບວນການຝຶກອົບຮົມ ແລະ ໂຄສະນາໃຫ້ຊາວກະສິກອນຜູ້ລ້ຽງງົວ ດ້ານວິທີການຄັດເລືອກງົວແມ່ພັນ ແລະ ການຕິດຕາມງົວແມ່ຂຶ້ນເພດ ພ້ອມປະສົມພັນທຽມ.
ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ 5 ຕົວເມືອງ ກໍຄືໜ່ວຍງານລ້ຽງສັດ ແລະ ການປະມົງເມືອງ ໄດ້ເປີດຂະບວນການຝຶກອົບຮົມ ແລະ ໂຄສະນາ ໃຫ້ຊາວກະສິກອນຜູ້ລ້ຽງງົວ ດ້ານວິທີການຄັດເລືອກງົວແມ່ພັນ, ວິທີການຕິດຕາມງົວແມ່ຂຶ້ນເພດພ້ອມປະສົມພັນທຽມ.
ຈຸດປະສົງແມ່ນສ້າງຄວາມຮູ້ພື້ນຖານການຄັດເລືອກງົວແມ່ພັນ ໃນການປະສົມພັນທຽມງົວ ເປົ້າໝາຍເພື່ອເປັນການປັບປຸງງົວພື້ນເມືອງໃຫ້ມີຜົນຜະລິດທີ່ດີຂຶ້ນໃນເວລາອັນສັ້ນ, ເພື່ອປັບປຸງພັນງົວ ແລະ ຂະຫຍາຍພັນງົວທີ່ດີເກັບຮັກສາໄວ້, ນອກຈາກນັ້ນຍັງຫຼຸດຜ່ອນຕົ້ນທຶນການລ້ຽງງົວພໍ່ແມ່ພັນ, ສາມາດຄວບຄຸມການເກີດພະຍາດທາງການສືບພັນ (ພະຍາດແທ້ງຕິດຕໍ່, ພະຍາດທາງກຳມະພັນ ອື່ນໆ).
ຜົນໄດ້ຮັບໃນຄັ້ງນີ້:
- ❶ ດ້ານການໂຄສະນາເຜີຍແຜ່: ໄດ້ໂຄສະນາເຜີຍແຜ່ຂັ້ນຕອນການຄັດເລືອກງົວແມ່ພັນ, ວິທີການຕິດຕາມ, ອາການງົວແມ່ຂຶ້ນເພດພ້ອມປະສົມພັນທຽມ ໃຫ້ຊາວກະສິກອນທີ່ລ້ຽງງົວ ໄດ້ 1.000 ຄອບຄົວ ດ້ວຍວິທີການແຈກຢາຍແຜ່ນພັບ ແລະ ໂຄສະນາຜ່ານຫໍກະຈາຍສຽງຂອງຫ້ອງການບ້ານ. ເຫັນວ່າ ຊາວກະສິກອນໄດ້ມີຄວາມສົນໃຈ ແລະ ຮັບຮູ້ການຄັດເລືອກງົວແມ່ພັນ ແລະ ວິທີການຕິດຕາມງົວຂຶ້ນເພດເປັນຢ່າງດີ.
- ❷ ດ້ານການຝຶກອົບຮົມ: ຝຶກອົບຮົມຂັ້ນຕອນການຄັດເລືອກງົວແມ່ພັນ, ວິທີການຕິດຕາມ ແລະ ອາການງົວແມ່ຂຶ້ນເພດໃຫ້ຊາວກະສິກອນລ້ຽງງົວ ຈຳນວນ 184 ຄອບຄົວ ປະກອບມີ: ເມືອງນາຊາຍທອງ, ເມືອງຫາດຊາຍຟອງ, ເມືອງປາກງື່ມ, ເມືອງໄຊທານີ ແລະ ເມືອງສັງທອງ. ສາມາດເຮັດໃຫ້ຊາວກະສິກອນມີຄວາມຮູ້ພື້ນຖານໃນການຄັດເລືອກງົວແມ່ພັນ, ຮູ້ວິທີການຕິດຕາມ ແລະ ອາການງົວແມ່ຂຶ້ນເພດແຕ່ລະໄລຍະ ເພື່ອກະກຽມປະສົມພັນທຽມງົວ.
ກິດຈະກຳ ແລະ ໂຄງການ
ລາຍງານການເຄື່ອນໄຫວ, ໂຄງການພັດທະນາ ແລະ ການບໍລິການວິຊາການ
ໂຄງການສັກຢາວັກຊີນປ້ອງກັນພະຍາດອັກເສບຜິວໜັງສັດ (LSD)
ທີມງານສັດວາແພດປະຈຳເມືອງຫາດຊາຍຟອງ ໄດ້ລົງຕິດຕາມ ແລະ ສັກຢາວັກຊີນ LSD ໃຫ້ແກ່ cattle ຂອງຊາວກະສິກອນ.
10 ເມສາ 2026ການສຳຫຼວດ ແລະ ກວດກາຄຸນນະພາບນ້ຳໃນຟາມລ້ຽງປາ
ກວດສອບຄ່າ PH, ອົກຊີເຈນ ແລະ ໃຫ້ຄຳແນະນຳໃນການຄຸ້ມຄອງສິ່ງແວດລ້ອມໃນບຶງລ້ຽງປາ.
28 ມີນາ 2026ສາມະນາການປູກຫຍ້າລ້ຽງສັດ ແລະ ການຖະນອມອາຫານສັດ
ສົ່ງເສີມການປູກຫຍ້າເນເປຍ ແລະ ວິທີການໝັກຫຍ້າເພື່ອເກັບໄວ້ໃຫ້ສັດກິນໃນລະດູແລ້ງ.
15 ມີນາ 2026ອົບຮົມການເພາະພັນປາດຸກ ແລະ ປານິນ
ຈັດອົບຮົມພາກປະຕິບັດຈິງໃຫ້ແກ່ຊາວກະສິກອນ ບ້ານໜອງໄຮ ແລະ ບ້ານໃກ້ຄຽງ.
02 ມີນາ 2026ນິຕິກຳ, ເອກະສານ ແລະ ຄຳແນະນຳ
ຄົ້ນຫາ ແລະ ດາວໂຫລດ ກົດໝາຍ, ດຳລັດ, ຄຳສັ່ງແນະນຳ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ
| ຊື່ເອກະສານ / ນິຕິກຳ | ປະເພດ | ວັນທີອັບເດດ | ຈັດການ |
|---|---|---|---|
ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ 41_17-7-2023)ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການລ້ຽງສັດນ້ຳ ແລະ ການປະມົງ.
ກົດໝາຍ
17/07/2023
|
ກົດໝາຍ | 17/07/2023 | |
ກົດໝາຍການປະມົງ 03_9.7.2009ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາ ວຽກງານການປະມົງ.
ກົດໝາຍ
17/07/2023
|
ກົດໝາຍ | 17/07/2023 | |
ກົດໝາຍປົກຄອງທ້ອງຖິ່ນ 14.12.2015ກຳນົດຫຼັກການ, ລະບຽບການ, ໂຄງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງອົງການປົກຄອງທ້ອງຖິ່ນ 3 ຂັ້ນ (ແຂວງ/ນະຄອນຫຼວງ, ເມືອງ/ເທດສະບານ/ນະຄອນ, ແລະ ບ້ານ).
ກົດໝາຍ
17/07/2023
|
ກົດໝາຍ | 17/07/2023 | |
ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ 08_11.11.2016ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງ ເພື່ອພັດທະນາການລ້ຽງສັດ ແລະ ການຮັກສາສຸຂະພາບສັດ.
ກົດໝາຍ
17/07/2023
|
ກົດໝາຍ | 17/07/2023 | |
ດຳລັດການຄວບຄຸບການລະບາດຂອງພະຍາດສັດກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການກັນ ແລະ ຄວບຄຸມພະຍາດສັດ ເພື່ອສະກັດກັ້ນ, ຈຳກັດ ແລະ ລົບລ້າງການລະບາດຂອງພະຍາດ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດການຄຸ້ມຄອງການເຄື່ອນຍ້າຍສັດກຳນົດຫຼັກການ ແລະ ລະບຽບການ: ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ແລະ ກວດກາການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທັງພາຍໃນປະເທດ, ການນຳເຂົ້າ, ການສົ່ງອອກ ແລະ ການຂົນສົ່ງຜ່ານ ສປປ ລາວ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ຕິດຕາມກວດກາກຸ່ມ ແລະ ສະຫະກອນ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດຂ້າສັດ,ທຳລາຍ,ຊົດເຊີຍດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຂ້າສັດ, ທຳລາຍຊາກສັດ ແລະ ການຊົດເຊີຍ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດຂ້າສັດ-ກວດກາຊີ້ນດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຂ້າສັດ ແລະ ການກວດກາອະນາໄມຊີ້ນ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດວ່າດ້ວຍດ່ານຊາຍແດນແລະສະໜາມບິນສາກົນກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ວ່ອງໄວ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດຳລັດວ່າດ້ວຍອາຫານສັດກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານອາຫານສັດ ເພື່ອໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຮັບປະກັນຄວາມປອດໄພ ແລະ ມີຄຸນຄ່າທາງໂພຊະນາການ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດໍາລັດສະຫະກອນກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງສະຫະກອນ ຢູ່ ສປປ ລາວ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ດໍາລັດບົດບາດກະຊວງກະສິກຳ ແລະ ປ່າໄມ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ຂອງກະຊວງກະສິກຳ ແລະ ປ່າໄມ້.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ລັດຖະບັນຍັດວ່າດ້ວຍຄ່າທຳນຽມແລະບໍລິການລັດຖະບັນຍັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການກຳນົດ ແລະ ຈັດເກັບຄ່າທຳນຽມ-ຄ່າບໍລິການວິຊາການຂອງຂະແໜງການລັດຢ່າງລວມສູນ ແລະ ເປັນເອກະພາບ.
ດຳລັດ
12/01/2024
|
ດຳລັດ | 12/01/2024 | |
ຄຳສັ່ງ ກ່ຽວກັບ ການຊຸກຍູ້ ສົ່ງເສີມ ຂະບວນການລ້ຽງງົວ ແລະ ຄວາຍ ເພື່ອສົ່ງອອກໄປ ສປ ຈີນຄຳສັ່ງສະບັບນີ້ແມ່ນການຊຸກຍູ້ໃຫ້ທຸກພາກສ່ວນສຸມໃສ່ລ້ຽງງົວ-ຄວາຍ (ນ້ຳໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ) ເປັນສິນຄ້າສົ່ງອອກໄປ ສປ ຈີນ ຕາມໂກຕ້າ 500.000 ໂຕ. ໂດຍເນັ້ນການລ້ຽງແບບຟາມ, ການສ້າງເຂດປອດພະຍາດ, ການຜະລິດອາຫານສັດ ແລະ ຫ້າມນຳເຂົ້າສັດມາທອມໄລຍະສັ້ນເພື່ອສົ່ງຜ່ານຢ່າງເດັດຂາດ.
ຄຳສັ່ງແນະນຳ
05/03/2025
|
ຄຳສັ່ງແນະນຳ | 05/03/2025 | |
ຄຳສັ່ງຫ້າມນຳເຂົ້າໝູຄຳສັ່ງສະບັບນີ້ແມ່ນການໂຈະການອະນຸຍາດນຳເຂົ້າ ແລະ ສົ່ງຜ່ານໝູມີຊີວິດ ພ້ອມທັງຜະລິດຕະພັນໝູທຸກຊະນິດຈາກໄທ ແລະ ປະເທດທີ່ມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຂົ້າມາ ສປປ ລາວ ຢ່າງເດັດຂາດ. ພ້ອມທັງມອບໃຫ້ເຈົ້າໜ້າທີ່ປະຈຳດ່ານເພີ່ມທະວີການກວດກາ, ຫາກກວດພົບເຫັນການລັກລອບນຳເຂົ້າແມ່ນໃຫ້ຍຶດໄປທຳລາຍຖິ້ມ (ເຜົາ/ຝັງ) ແລະ ດຳເນີນຄະດີຕາມກົດໝາຍ.
ຄຳສັ່ງແນະນຳ
05/03/2025
|
ຄຳສັ່ງແນະນຳ | 05/03/2025 | |
ການຂາຍຢາ ແລະ ປິ່ນປົວສັດຂໍ້ຕົກລົງສະບັບນີ້ກຳນົດຫຼັກການ ແລະ ລະບຽບການຄຸ້ມຄອງການເປີດ/ດຳເນີນກິດຈະການຫ້ອງປິ່ນປົວສັດ, ຮ້ານຂາຍຢາ ແລະ ເຄື່ອງມືສັດຕະວະແພດ ເພື່ອຮັບປະກັນຄວາມປອດໄພ ແລະ ມາດຕະຖານເຕັກນິກ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກລົງການສົ່ງເສີມ ແລະ ການຄຸ້ມຄອງຄຸນນະພາບຜະລິດຕະພັນສິນຄ້າ ກ່ຽວກັບສັດຂໍ້ຕົກລົງສະບັບນີ້ (ເລກທີ 1317/ຈນວ, ລົງວັນທີ 21 ທັນວາ 2018) ກຳນົດຫຼັກການ, ມາດຕະການ ແລະ ລະບຽບການ ເພື່ອສົ່ງເສີມ ແລະ ຄຸ້ມຄອງຄຸນນະພາບ, ຄວາມສະອາດ ແລະ ຄວາມປອດໄພ ຂອງສັດ, ສັດນໍ້າ ແລະ ຜະລິດຕະພັນສັດ ທີ່ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ຢູ່ນະຄອນຫຼວງວຽງຈັນ ໃຫ້ໄດ້ມາດຕະຖານ ແລະ ຖືກຕ້ອງຕາມຫຼັກສຸຂານາໄມ ເພື່ອປົກປ້ອງຜູ້ບໍລິໂພກ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ການຂຶ້ນທະບຽນພິມສັດຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດ ການຂຶ້ນທະບຽນພິມສັດ ຢູ່ ສປປ ລາວ ເພື່ອເກັບກຳສະຖິຕິສັດລ້ຽງ, ຄຸ້ມຄອງ ແລະ ດຸ່ນດ່ຽງຝູງສັດ, ປົກປ້ອງສິດຜົນປະໂຫຍດຂອງຜູ້ລ້ຽງສັດ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກິດຈະການຟາມລ້ຽງສັດຂໍ້ຕົກລົງສະບັບນີ້ (ເລກທີ 0209/ກປ, ລົງວັນທີ 6 ກຸມພາ 2013) ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ການກວດກາ ແລະ ມາດຕະຖານເຕັກນິກຂອງຟາມລ້ຽງສັດ ແຕ່ລະຂະໜາດ ຢູ່ ສປປ ລາວ ເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພຂອງຜະລິດຕະພັນສັດ ຕໍ່ຜູ້ບໍລິໂພກ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກລົງວ່າດ້ວຍການສ້າງບົດວິພາກເສດຖະກິດເຕັກນິກຂໍ້ຕົກລົງສະບັບນີ້ (ເລກທີ 2358/ກລປ, ລົງວັນທີ 15 ສິງຫາ 2018) ກຳນົດຮູບແບບ, ວິທີການ ແລະ ຂັ້ນຕອນ ໃນການສ້າງ ແລະ ຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກ ສຳລັບໂຄງການລົງທຶນໃນທຸລະກິດການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ເພື່ອອຳນວຍຄວາມສະດວກ, ຫຼຸດຜ່ອນເວລາ ແລະ ສ້າງຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກລົງວ່າດ້ວຍການນຳເຂົ້າ,ສົ່ງອອກ,ສົ່ງຜ່ານ ສັດຂໍ້ຕົກລົງສະບັບນີ້ (ເລກທີ 0795/ກປ, ລົງວັນທີ 18 ເມສາ 2019) ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄວບຄຸມການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດມີຊີວິດ ແລະ ຜະລິດຕະພັນສັດ ຢູ່ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນ ການລະບາດຂອງພະຍາດສັດ ແລະ ຮັບປະກັນຄວາມປອດໄພ ຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກລົງວ່າດ້ວຍສະຫະກອນຜະລິດກະສິກຳຂໍ້ຕົກລົງສະບັບນີ້ (ເລກທີ 2983/ກປ, ລົງວັນທີ 25 ກັນຍາ 2014) ກຳນົດຫຼັກການ ແລະ ລະບຽບການ ໃນການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະກອນຜະລິດກະສິກຳ ເພື່ອຊຸກຍູ້, ส่งເສີມການຜະລິດ ແລະ ການບໍລິການລວມໝູ່ດ້ານກະສິກຳ, ສ້າງລາຍຮັບ, ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ດີຂຶ້ນ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ຂໍ້ຕົກວ່າດ້ວຍການສົ່ງເສີມແລະຄຸ້ມຄອງຄຸນນະພາບຜະລິດຕະພັນສັດຂໍ້ຕົກລົງສະບັບນີ້ (ເລກທີ 1317/ຈນວ, ລົງວັນທີ 21 ທັນວາ 2018) ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມ, ຄຸ້ມຄອງ ແລະ ກວດກາຄຸນນະພາບສັດ, ຜະລິດຕະພັນສັດ ແລະ ສັດນໍ້າ ທີ່ຜະລິດ, ນຳເຂົ້າ ຫຼື ຈຳໜ່າຍ ຢູ່ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມປອດໄພ, ຫຼັກສຸຂານາໄມ ຕໍ່ຜູ້ບໍລິໂພກ ແລະ ປົກປັກຮັກສາສິ່ງແວດລ້ອມ.
ຂໍ້ຕົກລົງ
20/02/2026
|
ຂໍ້ຕົກລົງ | 20/02/2026 | |
ແຈ້ງການ ລົງພື້ນທີ່ສັດ, ພະລິດຕະພັນສັດກຳນົດໃຫ້ ບໍລິສັດ ແລະ ຜູ້ປະກອບການ ເຄື່ອງລ້ຽງ, ຜະລິດຕະພັນສັດ ແລະ ສິນຄ້າກ່ຽວກັບສັດ ທີ່ຈະນຳເຂົ້າ ແລະ ລົງພື້ນທີ່ ຢູ່ຂອບເຂດນະຄອນຫຼວງວຽງຈັນ ຕ້ອງໄດ້ຂໍໃບອະນຸຍາດນຳເຂົ້າຈາກ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການກ່ຽວກັບກາຈໍ້າໄຂ່ກຳນົດໃຫ້ ຄືນໃໝ່ ການນຳໃຊ້ກາຈໍ້າໄຂ່ ສຳລັບຊາວກະສິກອນ ແລະ ຜູ້ປະກອບການລ້ຽງໄກ່ ແລະ ເປັດພັນໄຂ່ແບບຟາມ ຢູ່ ນະຄອນຫຼວງວຽງຈັນ ໂດຍຕິດພັນກັບການຂຶ້ນທະບຽນຟາມ ເພື່ອຢັ້ງຢືນແຫຼ່ງທີ່ມາ, ຮັບປະກັນຄຸນນະພາບ, ສະກັດກັ້ນການລັກລອບນຳເຂົ້າ ແລະ ຄວບຄຸມການເຄື່ອນຍ້າຍ ຜະລິດຕະພັນໄຂ່ ໃຫ້ມີປະສິດທິຜົນ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການກວດກາການເຄື່ອນຍ້າຍສັດ ເຂົ້າ-ອອກ ນວກຳນົດໃຫ້ ເພີ່ມທະວີການຕິດຕາມ ກວດກາ ການເຄື່ອນຍ້າຍສັດ ແລະ ຊີ້ນ (ງົວ, ຄວາຍ, ໝູ, ສັດປີກ ແລະ ຜະລິດຕະພັນສັດ) ເຂົ້າ-ອອກ ນະຄອນຫຼວງວຽງຈັນ
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການຂຶ້ນທະບຽນຟາມ 2023ກຳນົດໃຫ້ ຂຶ້ນທະບຽນຟາມ ແລະ ອອກໃບຢັ້ງຢືນມາດຕະຖານເຕັກນິກຄືນໃໝ່ ສຳລັບກິດຈະການລ້ຽງສັດ, ການປະມົງ, ຫ້ອງເຢັນ, ຮ້ານຈຳໜ່າຍ, ຢາສັດ, ອາຫານສັດ ແລະ ຄລີນິກປິ່ນປົວສັດ ໃນນະຄອນຫຼວງວຽງຈັນ ເພື່ອຄຸ້ມຄອງ, ຕິດຕາມ ແລະ ຈັດຕັ້ງປະຕິບັດຕາມກົດໝາຍໃຫ້ເປັນລະບຽບຮຽບຮ້ອຍ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການຂື້ນທະບຽນພິມສັດກຳນົດໃຫ້ ຈັດຕັ້ງປະຕິບັດການຂຶ້ນທະບຽນພິມສັດ ແລະ ໝາຍເລກປະຈຳໂຕສັດ ສຳລັບພໍ່-ແມ່ພັນ, ແນວພັນສັດ ແລະ ສັດລ້ຽງເພື່ອເປັນສິນຄ້າ ທີ່ນຳເຂົ້າ ຫຼື ລ້ຽງຢູ່ພາຍໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການຂື້ນທະບຽນຟາມລ້ຽງສັດກຳນົດໃຫ້ ເຈົ້າຂອງຟາມລ້ຽງສັດ ແລະ ຟາມລ້ຽງປາ ໃນນະຄອນຫຼວງວຽງຈັນ ຕ້ອງປະກອບເອກະສານຂຶ້ນທະບຽນ ຫຼື ຕໍ່ທະບຽນຟາມ ປະຈຳປີ 2017 ໃຫ້ຖືກຕ້ອງ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການເກັບຄ່າທຳນຽມ-ບໍລິການ 02 ດ້ານລ້ຽງສັດກຳນົດໃຫ້ ເລີ່ມຈັດຕັ້ງເກັບຄ່າທຳນຽມ ແລະ ຄ່າບໍລິການ ວິຊາການໃນຂົງເຂດວຽກງານລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ ຢູ່ ນະຄອນຫຼວງວຽງຈັນ ຕາມລັດຖະບັນຍັດປະທານປະເທດ ສະບັບເລກທີ 002.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 | |
ແຈ້ງການແບບພີມເອກະສານນຳເຂົ້າ,ສົ່ງອອກ,ສົ່ງຜ່ານສັດກຳນົດໃຫ້ ອະນຸມັດ ແລະ ປະກາດນຳໃຊ້ 10 ແບບພິມມາດຕະຖານ (Form IET 1 ຫາ Form IET 10) ພ້ອມດ້ວຍ ຂັ້ນຕອນ/ແຜນວາດການດຳເນີນງານ ເພື່ອອຳນວຍຄວາມສະດວກ, ສ້າງຄວາມເປັນເອກະພາບ, ຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ໃນການຂໍອະນຸຍາດ, ການຕິດຕາມ ແລະ ການກວດກາ ທັງກ່ອນ ແລະ ຫຼັງການນຳເຂົ້າ, ສົ່ງອອກ, ຂົນສົ່ງຜ່ານ ແລະ ກັກກັນສຸຂະພາບ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ.
ແຈ້ງການ
01/04/2026
|
ແຈ້ງການ | 01/04/2026 |
ບໍ່ພົບເອກະສານທີ່ກົງກັບການຄົ້ນຫາ
ຄູ່ມື ແລະ ເອກະສານແນະນຳເຕັກນິກ
ຄູ່ມືການລ້ຽງສັດ, ການປະມົງ, ການຮັກສາສຸຂະພາບສັດ ແລະ ມາດຕະຖານເຕັກນິກ ສຳລັບຊາວກະສິກອນ ແລະ ຜູ້ປະກອບການ
ຄູ່ມືການປະສົມພັນທຽມງົວ
ແນະນຳຂັ້ນຕອນການຄັດເລືອກງົວແມ່ພັນ, ການຕິດຕາມອາການຂຶ້ນເພດ ແລະ ເຕັກນິກການປະສົມພັນທຽມງົວຢ່າງຖືກຕ້ອງ.
ຄູ່ມືການລ້ຽງໄກ່ລາດ
ເຕັກນິກການລ້ຽງໄກ່ລາດໃຫ້ໄດ້ຮັບຜົນດີ, ການສ້າງໂຮງເຮືອນ, ການໃຫ້ອາຫານ ແລະ ການປ້ອງກັນພະຍາດຕິດຕໍ່.
ຄູ່ມືມາດຕະຖານຄຸນນະພາບອາຫານສັດ ແລະ ສູດອາຫານສັດ
ກຳນົດມາດຕະຖານຄຸນນະພາບອາຫານສັດ, ເຕັກນິກການປະສົມສູດອາຫານສັດ ແລະ ການນຳໃຊ້ອຸປະກອນພື້ນເມືອງ.
ຄູ່ມືການລ້ຽງປານ້ຳຈືດ ແລະ ການບໍລິຫານຈັດການໜອງປາ
ເຕັກນິກການຄຸ້ມຄອງຄຸນນະພາບນ້ຳ, ການໃຫ້ອາຫານປາ ແລະ ການປ້ອງກັນພະຍາດປາໃນໜອງລ້ຽງ.
ຄູ່ມືການສັກຢາວັກຊີນ ແລະ ການເຝົ້າລະວັງພະຍາດສັດ
ຕາຕະລາງການສັກຢາວັກຊີນປະຈຳປີ, ວິທີການເກັບຮັກສາວັກຊີນ ແລະ ການປ້ອງກັນພະຍາດລະບາດໃນສັດລ້ຽງ.
ຄູ່ມືຂໍ້ກຳນົດເງື່ອນໄຂສົ່ງສັດໃຫຍ່ທີ່ຈະສົ່ງອອກ ສປ ຈີນ
ຂໍ້ກຳນົດ, ເງື່ອນໄຂ ແລະ ມາດຕະຖານດ້ານສຸຂະອະນາໄມສັດ ສຳລັບການສົ່ງອອກສັດໃຫຍ່ໄປ ສປ ຈີນ.
ຄຳແນະນຳ ການຈັດຕັ້ງປະຕິບັດໂຄງການລ້ຽງງົວ ເພື່ອສົ່ງອອກ ແລະ ໂຄງການລ້ຽງໝູ 3109-10_13.12.2021
ແນະນຳຂັ້ນຕອນການຈັດຕັ້ງປະຕິບັດໂຄງການສົ່ງເສີມການລ້ຽງງົວເພື່ອສົ່ງອອກ ແລະ ການລ້ຽງໝູຢ່າງມີປະສິດທິພາບ.
ຄໍາແນະນໍາ ວ່າດ້ວຍມາດຕະຖານຟາມ, ສັດໃຫຍ່ ສົ່ງໄປ ສປ ຈີນ 0807_7.4.2020
ຄຳແນະນຳລະອຽດກ່ຽວກັບການຈັດຕັ້ງຟາມ, ການຄຸ້ມຄອງສຸຂາພິບານ ແລະ ມາດຕະຖານຟາມສັດໃຫຍ່ເພື່ອສົ່ງອອກ.
ມາດຕະຖານງົວສົ່ງໄປຈີນ_2020
ຂໍ້ກຳນົດມາດຕະຖານດ້ານນ້ຳໜັກ, ສຸຂະພາບ, ວັກຊີນ ແລະ ການກັກກັນສັດ ສຳລັບງົວສົ່ງອອກໄປ ສປ ຈີນ.
ມາດຕະຖານຟາມລ້ຽງເປັດພັນຊີ້ນ ຫຼື ພັນໄຂ່
ເກນມາດຕະຖານເຕັກນິກຟາມລ້ຽງເປັດ, ການຈັດວາງຜ his ໂຮງເຮືອນ, ລະບົບຄວາມປອດໄພທາງຊີວະພາບ.
ມາດຕະຖານຟາມເປັດ, ໄກ່_2022
ຂໍ້ກຳນົດກ່ຽວກັບການຄຸ້ມຄອງຟາມສັດປີກ (ເປັດ ແລະ ໄກ່), ການປ້ອງກັນພະຍາດ ແລະ ການຮັກສາອະນາໄມ.
ມາດຕະຖານຟາມໄກ່ຊີ້ນ ຫຼື ໄກ່ໄຂ່
ມາດຕະຖານເຕັກນິກການຄຸ້ມຄອງຟາມໄກ່ຊີ້ນ ແລະ ໄກ່ໄຂ່, ລະບົບອາກາດ ແລະ ການຈັດການສິ່ງແວດລ້ອມ.
ມາດຕະຖານເຕັກນິກຟາມໄກ່ທີ່ດີ_1166_14_6_2017
ຂໍ້ຕົກລົງວ່າດ້ວຍມາດຕະຖານເຕັກນິກຟາມໄກ່ທີ່ດີ (GAP) ເພື່ອຮັບປະກັນຄວາມປອດໄພຂອງອາຫານ.
ມາດຖານຟາມລ້ຽງງົວຊີ້ນ_2018
ຂໍ້ກຳນົດມາດຕະຖານເຕັກນິກການສ້າງ ແລະ ຄຸ້ມຄອງຟາມລ້ຽງງົວຊີ້ນໃນ ສປປ ລາວ.
ມາດຖານຟາມລ້ຽງໝູຂອງ ສປປລາວ_2018
ກຳນົດມາດຕະຖານເຕັກນິກການສ້າງໂຮງເຮືອນ, ການຄຸ້ມຄອງສຸຂະອະນາໄມ ແລະ ຄວາມປອດໄພໃນຟາມລ້ຽງໝູ.
ສະຫຼຸບ ແລະ ບົດລາຍງານ
ລວບລວມບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ, ສະຖິຕິການລ້ຽງສັດ-ການປະມົງ ປະຈຳໄຕມາດ ແລະ ປະຈຳປີ
ຂໍ້ມູນສະຖິຕິລວມ (Dashboard 2022)
| ຊື່ເອກະສານ / ບົດລາຍງານ | ປະເພດ | ໝວດໝູ່ | ວັນທີປະກາດ | ດາວໂຫຼດ |
|---|---|---|---|---|
| ບົດສະຫຼຸບ ວຽກງານລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ປະຈຳປີ 2021 | ບົດສະຫຼຸບ | ລ້ຽງສັດ-ປະມົງ | 31 ທັນວາ 2021 | |
| ບົດສະຫຼຸບ ວຽກງານລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ປະຈຳປີ 2020 | ບົດສະຫຼຸບ | ລ້ຽງສັດ-ປະມົງ | 31 ທັນວາ 2020 | |
| ບົດສະຫຼຸບ ວຽກງານລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ປະຈຳປີ 2019 | ບົດສະຫຼຸບ | ລ້ຽງສັດ-ປະມົງ | 31 ທັນວາ 2019 | |
| ບົດສະຫຼຸບ ວຽກງານລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ປະຈຳປີ 2018 | ບົດສະຫຼຸບ | ລ້ຽງສັດ-ປະມົງ | 31 ທັນວາ 2018 | |
| ບົດລາຍງານ ຕົ້ນທຶນການຜະລິດໄຂ່ໄກ່ໜ້າຟາມ (ເລກທີ 153/ກປ.ນວ) | ບົດລາຍງານ | ຕົ້ນທຶນການຜະລິດ | 14 ກັນຍາ 2022 | |
| ບົດລາຍງານ ຕົ້ນທຶນໝູຊີ້ນໜ້າຟາມ (ເລກທີ 2973/ກປ.ນວ) | ບົດລາຍງານ | ຕົ້ນທຶນການຜະລິດ | 26 ມິຖຸນາ 2022 | |
| ບົດລາຍງານ ຕົ້ນທຶນການຜະລິດໄກ່ຊີ້ນໜ້າຟາມ (ເລກທີ 2471/ກປ.ນວ) | ບົດລາຍງານ | ຕົ້ນທຶນການຜະລິດ | 26 ພຶດສະພາ 2022 | |
| ບົດລາຍງານ ຕົ້ນທຶນໝູຊີ້ນໜ້າຟາມ (ເລກທີ 433/ກປ.ນວ) | ບົດລາຍງານ | ຕົ້ນທຶນການຜະລິດ | 02 ກຸມພາ 2022 | |
| ບົດລາຍງານ ຕ່ອງໂສ້ການລ້ຽງໝູ ທີ່ມີຜົນຕໍ່ລາຄາໝູແພງ (ເລກທີ 319/ກປ.ນວ) | ບົດລາຍງານ | ວິເຄາະຕ່ອງໂສ້ | 26 ມັງກອນ 2022 | |
| ຂໍ້ມູນສະຖິຕິດ້ານການລ້ຽງສັດ ແລະ ການປະມົງ ທົ່ວນະຄອນຫຼວງວຽງຈັນ | ສະຖິຕິ | ສະຖິຕິສັດ | 2022 | XLSX |
ກ່ຽວກັບພວກເຮົາ
ໂຄງຮ່າງຈັດຕັ້ງ ແລະ ພາລະບົດບາດຂອງຂະແໜງລ້ຽງສັດ ແລະ ການປະມົງ
ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ
ຂະແໜງລ້ຽງສັດ ແລະ ການປະມົງ ປະຈຳນະຄອນຫຼວງວຽງຈັນ ແມ່ນຂະແໜງການໜຶ່ງ ທີ່ສັງກັດໃນກົງຈັກການຈັດຕັ້ງຂອງພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນ ຫຼວງວຽງຈັນ ເປັນເສນາທິການທາງດ້ານວິຊາການ ໃນການຄຸ້ມຄອງການລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນຫຼວງວຽງຈັນ ແລະ ເປັນເສນາທິການ ໃນການພັດທະນາ ແລະ ຄຸ້ມຄອງດ້ານເຕັກນິກ, ວິຊາການຕາມທິດທາງນະໂຍບາຍ ແລະ ຍຸດທະສາດທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດບົນພື້ນຖານກົດໝາຍ ແລະ ລະບຽບທີ່ກຳນົດໄວ້...
1. ທີ່ຕັ້ງ ແລະ ພາລະບົດບາດ
ຂະແໜງລ້ຽງສັດ ແລະ ການປະມົງ ປະຈຳນະຄອນຫຼວງວຽງຈັນ ຂຽນເປັນຕົວອັກສອນຫຍໍ້ວ່າ “ຂລປ.ນວ” ແມ່ນຂະແໜງການໜຶ່ງ ທີ່ສັງກັດໃນກົງຈັກການຈັດຕັ້ງຂອງພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນຫຼວງວຽງຈັນ ມີພາລະບົດບາດເປັນເສນາທິການທາງດ້ານວິຊາການ ໃນການຄຸ້ມຄອງການລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະຈໍານະຄອນຫຼວງວຽງຈັນ ແລະ ມີພາລະບົດບາດເປັນເສນາທິການ ໃນການພັດທະນາ ແລະ ຄຸ້ມຄອງດ້ານເຕັກນິກ, ວິຊາການຕາມທິດທາງນະໂຍບາຍ ແລະ ຍຸດທະສາດທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດບົນພື້ນຖານກົດໝາຍ ແລະ ລະບຽບທີ່ກຳນົດໄວ້.
2. ໜ້າທີ່
- ຜັນຂະຫຍາຍນະໂຍບາຍ, ຍຸດທະສາດພັດທະນາກະສິກຳ ແລະ ປ່າໄມ້, ແຜນດຳເນີນງານ ດ້ານການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໃຫ້ເປັນແຜນການ, ໂຄງການ ແລະ ແຜນວຽກລະອຽດ ເພື່ອຈັດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ;
- ເປັນເຈົ້າການປະຕິບັດບັນດາມາດຕະການກັນ ແລະ ຄວບຄຸມພະຍາດສັດ, ພະຍາດສັດນໍ້າ ລວມທັງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ເອົາໃຈໃສ່ ຕິດຕາມ, ກວດກາ ແລະ ສະກັດກັ້ນຄວາມສ່ຽງເປັນຕົ້ນແມ່ນ ສານຕົກຄ້າງ, ສານກະຕຸ້ນ, ສານເຄມີປົນເປື້ອນ ແລະ ວັດຖຸທີ່ໃຊ້ເປັນຢາທີ່ຈະເປັນອັນຕະລາຍຕໍ່ຊີວິດ ແລະ ສຸຂະພາບຂອງຄົນ, ສັດ ແລະ ສິງແວດລ້ອມ ອາດເກີດມາຈາກການຜະລິດ, ການຂົນສົ່ງ, ການເກັບຮັກສາ, ເຄື່ອນຍ້າຍ ແລະ ຈໍາໜ່າຍສັດ-ສັດນໍ້າ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ, ສິນຄ້າປະມົງເຂົ້າ-ອອກ ແລະ ຊົມໃຊ້ພາຍໃນແຂວງຂອງຕົນ;
- ຊຸກຍູ້, ສະໜັບສະໜູນ ກ່ຽວກັບການນຳໃຊ້ເຕັກນິກ-ເຕັກໂນໂລຊີເຂົ້າໃນການປັບປຸງ ແລະ ນໍາໃຊ້ ແນວພັນ, ອາຫານສັດ, ການປູກພືດອາຫານສັດ, ການນຳໃຊ້ຢາສັດຕະວະແພດ, ການຫັນປ່ຽນເຕັກນິກທີ່ເໝາະ ສົມ ລວມທັງການພັດທະນາກຸ່ມ, ສະຫະກອນ ແລະ ນິຄົມ, ສ້າງຕັ້ງກອງທຶນພັດທະນາການລ້ຽງສັດ ແລະ ການ ປະມົງ;
- ຄຸ້ມຄອງ, ພັດທະນາວຽກງານຄວາມປອດໄພຂອງອາຫານ, ສະຫວັດດີການ, ໂຮງພັກສັດກ່ອນຂ້າ, ໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ແລະ ໂຮງປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ລວມທັງການພັດທະນາ ແລະ ປັບປຸງ ກວດກາການອະນາໄມພະລິດຕະພັນສັດ ແລະ ສັດນໍ້າ;
- ພັດທະນາການກວດກາສັດຕະວະແພດ ປະຈຳດ່ານທ້ອງຖີ່ນ ແລະ ດ່ານປະເພນີ ເພື່ອຄວບຄຸມການ ເຄື່ອນຍ້າຍຜະລິດຕະພັນສິນຄ້າ ກ່ຽວກັບສັດ ແລະ ສິນຄ້າປະມົງໃຫ້ມີຄວາມປອດໄພ, ຖືກຕ້ອງ ພ້ອມທັງຄຸ້ມ ຄອງການລ້ຽງສັດນໍ້າ, ການຫາປາ, ການຈັບ ແລະ ຊົມໃຊ້ແບບຍືນຍົງ ລວມທັງວຽກປົກປັກຮັກສາຊັບພະຍາ ກອນປະມົງ ຕາມກົດໝາຍ ແລະ ລະບຽບ;
- ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານການລ້ຽງສັດ, ສັດຕະວະແພດ, ການປະມົງ ຫຼື ການລົງທຶນດ້ານການກະສິກໍາ ແລະ ປ່າໄມ້ ອື່ນ ທີ່ມີການພົວພັນກັນ ພ້ອມທັງຄຸ້ມຄອງ, ພັດທະນາ, ສ້າງເງື່ອນໄຂເອື້ອອຳນວຍ, ຕິດຕາມ, ກວດກາ ໃນການປະກອບທຸລະກິດການລ້ຽງສັດ, ສັດຕະ ວະແພດ ແລະ ການປະມົງຂອງຜູ້ປະກອບການ ທີ່ຢູ່ໃນນະຄອນຫຼວງວຽງຈັນ;
- ກວດກາ, ຕິດຕາມ ແລະ ສະກັດກັ້ນທຸກການກະທຳທີ່ລະເມີດກົດໝາຍ ແລະ ລະບຽບ ກ່ຽວກັບການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ພ້ອມທັງເປັນເຈົ້າການປະກອບສຳນວນດຳເນີນຄະດີ ແລະ ລາຍງານການກະທຳຜິດຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ;
- ສະເໜີຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ປະກາດ ແລະ ຍົກເລີກ ເຂດລະບາດພະຍາດສັດ ໃນ ກໍລະນີມີການລະບາດພະຍາດສັດຢູ່ຫຼາຍເມືອງ;
- ພົວພັນ, ຮ່ວມມື, ຕິດຕໍ່, ປະສານງານກັບພາກສ່ວນອື່ນກ່ຽວຂ້ອງ ຢູ່ພາຍໃນ ແລະ ພາຍນອກ ນະ ຄວນຫຼວງວຽງຈັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຍາດແຍ່ງການລົງທຶນ, ຊ່ວຍເຫຼືອລ້າ ດ້ານການເງິນ ແລະ ວິ ຊາການ ເພື່ອພັດທະນາວຽກງານ ການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ພາຍໃນນະຄອນຫຼວງວຽງຈັນ ໃຫ້ເຂັ້ມແຂງ;
- ກວດກາ, ຕິດຕາມ, ປະເມີນຜົນ, ຖອດຖອນບົດຮຽນ, ສັງລວມ, ສະຫຼຸບ ແລະ ລາຍງານ ເປັນ ແຕ່ລະໄລຍະ ປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈຳປີ ເພື່ອລາຍງານຂັ້ນເທິງ ຂອງຕົນຮັບຊາບ;
- ປະຕິບັດຕາມໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
ໂຄງຮ່າງການຈັດຕັ້ງຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ
ເປົ້າໝາຍຍຸດທະສາດ
ຄວາມໝັ້ນຄົງດ້ານອາຫານ
ສົ່ງເສີມການຜະລິດຊີ້ນ, ໄຂ່, ແລະ ປາ ໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນ ນະຄອນຫຼວງວຽງຈັນ.
ຄວາມປອດໄພຂອງສັດ
ຄວບຄຸມ ແລະ ກຳຈັດພະຍາດຕິດຕໍ່ສັດຢ່າງມີປະສິດທິພາບ ພ້ອມຍົກລະດັບມາດຕະຖານສັດວາແພດ.
ການຜະລິດເປັນສິນຄ້າ
ຫັນການລ້ຽງສັດແບບທຳມະຊາດໄປສູ່ການລ້ຽງສັດແບບຟາມທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ເຂດທີ່ຕັ້ງຟາມ ແລະ ສະຖານທີ່ສົ່ງເສີມການລ້ຽງສັດ
ຟາມງົວຕົ້ນແບບ, ຟາມສັດປີກ ແລະ ອ່າງເກັບນ້ຳນ້ຳຊ່ວງ (ຈຸດປ່ອຍປາ)
120+ ຟາມຟາມງົວພັນພື້ນຖານ (ບ້ານດອນໄຮ່), ຟາມໝູ ແລະ ເຂດເພາະພັນປາ
95+ ຟາມຟາມສັດປີກຂະໜາດໃຫຍ່, ຟາມລ້ຽງແບ້ ແລະ ໜອງລ້ຽງປາການຄ້າ
80+ ຟາມເຂດລ້ຽງງົວທຳມະຊາດ, ຟາມໂຮງເຮືອນ ແລະ ກຸ່ມລ້ຽງປາຕາມລຳນ້ຳອ່າງ
61+ ຟາມ
ຕິດຕໍ່ພວກເຮົາ
ຊ່ອງທາງການຕິດຕໍ່ ແລະ ແຜນທີ່ທີ່ຕັ້ງ ຂະແໜງລ້ຽງສັດ ແລະ ການປະມົງ
ຂໍ້ມູນຕິດຕໍ່
ທີ່ຢູ່ ສຳນັກງານ
ບ້ານ: ໜອງໄຮ (Nonghai)
ເມືອງ: ຫາດຊາຍຟອງ (Hadxayfong)
ນະຄອນຫຼວງວຽງຈັນ, ສປປ ລາວ
ເບີໂທລະສັບ ແລະ ແຟກ
+856 021 480502
ອີເມວ
phomma233@gmail.com
ໂມງລັດຖະການ
ຈັນ - ສຸກ: 8:00 - 16:00
ແຜນທີ່ທີ່ຕັ້ງ (Google Map)
ສົ່ງຂໍ້ຄວາມ ຫຼື ສອບຖາມຂໍ້ມູນ
ຕົວຢ່າງເອກະສານ
ສົ່ງຂໍ້ຄວາມ ສຳເລັດ!
ຂອບໃຈສຳລັບການຕິດຕໍ່. ເຈົ້າໜ້າທີ່ຈະຕິດຕໍ່ກັບຫາທ່ານໂດຍໄວ.