ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
/
ໂລໂກ້

ຂະແໜງລ້ຽງສັດ ແລະ ການປະມົງ

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ

ສົ່ງເສີມການລ້ຽງສັດ ແລະ ການປະມົງ ຢ່າງຍືນຍົງ

ພັດທະນາເຕັກນິກການຜະລິດ, ປ້ອງກັນພະຍາດສັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ໃນນະຄອນຫຼວງວຽງຈັນ

ການປະມົງ ແລະ ການລ້ຽງປາ

ຂະຫຍາຍຟາມລ້ຽງປາ ແລະ ອານຸລັກພັນປາພື້ນເມືອງ

ຍົກລະດັບສະບຽງອາຫານ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ຊຸມຊົນ

ພາລະບົດບາດ ແລະ ພັນທະຕົ້ນຕໍ

ນະໂຍບາຍ

ຜັນຂະຫຍາຍນະໂຍບາຍ, ຍຸດທະສາດພັດທະນາກະສິກຳ ແລະ ປ່າໄມ້, ແຜນດຳເນີນງານ ດ້ານການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໃຫ້ເປັນແຜນການ, ໂຄງການ ແລະ ແຜນວຽກລະອຽດ ເພື່ອຈັດຕັ້ງຢູ່ໃນນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນ.

ສົ່ງເສີມການລ້ຽງສັດນ້ຳ

ຖ່າຍທອດເຕັກໂນໂລຊີການລ້ຽງປາ, ແນວພັນປາ ແລະ ການຄຸ້ມຄອງແຫຼ່ງນ້ຳທຳມະຊາດຢ່າງມີປະສິດທິພາບ.

ຝຶກອົບຮົມ & ໃຫ້ຄຳປຶກສາ

ຈັດອົບຮົມສາມະນາກອນ, ຝຶກທັກສະໃຫ້ຊາວກະສິກອນ ແລະ ໃຫ້ຄຳແນະນຳດ້ານໂພຊະນາການສັດ.

120,000+
ສັດໃຫຍ່ (ງົວ-ຄວາຍ)
450,000+
ສັດປີກ & ໝູ
2,800+
ຟາມ & ໜອງປາ
95%
ກຸ້ມຕົນເອງດ້ານສະບຽງ

ຂ່າວສານ & ກິດຈະກຳລ່າສຸດ

ອັບເດດການເຄື່ອນໄຫວຂອງຂະແໜງລ້ຽງສັດ ແລະ ການປະມົງ

National Fish Release Day
ການປະມົງ 13 ກໍລະກົດ 2022

ຂະບວນການວັນປ່ອຍປາ ແລະ ປ່ອຍສັດນ້ຳ-ສັດປ່າ ແຫ່ງຊາດ ປະຈຳປີ 2022 ທີ່ອ່າງນ້ຳຊ່ວງ

ພະແນກກະສິກຳ ແລະ ປ່າໄມ້, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ນາຊາຍທອງ ແລະ ຫ້ອງການປົກຄອງບ້ານ ສີວິໄລ ເປັນເຈົ້າການຈັດຕັ້ງປະຕິບັດ ວັນປ່ອຍປາ ແລະ ອະນຸລັກສັດນ້ຳສັດປ່າແຫ່ງຊາດ ກຳນົດເອົາ ວັນທີ 13 ກໍລະກົດ 2022 ເປັນວັນປ່ອຍປາແຫ່ງຊາດ ເພື່ອອະນຸລັກ, ປົກປັກຮັກສາ ແນວພັນປາ ແລະ ແນວພັນສັດນ້ຳນາໆຊະນິດ.

National Animal Vaccination Day
ວັກຊີນ 11 ພະຈິກ 2022

ຂະບວນການວັນສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2022 ທີ່ບ້ານດອນໄຮ່

ໃນຕອນເຊົ້າຂອງ ວັນທີ 11 ພະຈີກ 2022 ກົມລ້ຽງສັດ ແລະ ການປະມົງ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ແລະ ອົງການປົກຄອງບ້ານດອນໄຮ່ ຮ່ວມກັນຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ ປະຈຳປີ 2022 ຂຶ້ນທີ່ບ້ານດອນໄຮ່.

Promoting Cattle Farmers
ສົ່ງເສີມການລ້ຽງສັດ 20 ເມສາ 2026

ຊຸກຍູ້ຊາວກະສິກອນຜູ້ລ້ຽງງົວ ໃນການປັບປຸງພັນງົວ ໃນ 5 ຕົວເມືອງ

ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບ 5 ຕົວເມືອງ ເປີດຂະບວນການຝຶກອົບຮົມ ແລະ ໂຄສະນາໃຫ້ຊາວກະສິກອນຜູ້ລ້ຽງງົວ ດ້ານວິທີການຄັດເລືອກງົວແມ່ພັນ ແລະ ການຕິດຕາມງົວແມ່ຂຶ້ນເພດ ພ້ອມປະສົມພັນທຽມ.